ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ປີ 2019 ຢູ່ແຂວງ ຫ໋າຍເຢືອງ.

Ngoc Anh
Chia sẻ
(VOVWORLD) -ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ຖືກຈັດຂຶ້ນໃນແຕ່ລະປີ ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ກົນເຊີນ - ກຽບບາກ ຂຶ້ນກັບນະຄອນ ຈີ໊ລິງ ແຂວງ ຫ໋າຍເຢືອງ. ງານບຸນໄດ້ນຳມາເຊິ່ງຄວາມປະທັບໃຈພິເສດ ກ່ຽວກັບວັດທະນະທຳ ງານບຸນທີ່ມີສີສັນຫຼາກຫຼາຍ ໃຫ້ແກ່ແຂກທ່ອງທ່ຽວສາລະທິດ, ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳ, ການເຫຼ້ືອມໃສຂອງຊາດ ຫວຽດນາມ ໂດຍຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍ ວັດທະນະທຳມະນຸດ ແລະ ຄຸນຄ່າທາງດ້ານຄຸນສົມບັດ, ການສຶກສາທາງດ້ານປະຫວັດສາດ
ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ປີ 2019 ຢູ່ແຂວງ ຫ໋າຍເຢືອງ. - ảnh 1ງານບຸນລະດູໃບໄມ້ຫຼົ່ນ ກົນເຊີນ - ກຽບບາກ ປີ 2019  

ແຕ່ລະປີຢູ່ ກົນເຊີນ - ກຽບບາກ ມີງານບຸນປະເພນີ ຖືກຈັດຂຶ້ນສອງຄັ້ງ ໃນຍາມລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ. ງານບຸນລະດູໃບໄມ້ຫຼົ່ນ ຖືກຈັດຂຶ້ນແຕ່ວັນທີ 16 ເດືອນ 8 ຫາວັນທີ 20 ເດືອນ 8 ໄລ່ຕາມຈັນທະປະຕິທິນ. ເລີ່ມແຕ່ປີ 2006 ເປັນຕົ້ນມາ, ງານບຸນກຽບບາກ ໄດ້ຮັບການຟື້ນຟູຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ. ມາເຖິງປັດຈຸບັນ, ການຍົກລະດັບ ແລະ ອະນຸລັກຮັກສາ ໄດ້ມີປະສິດທິຜົນຢ່າງສູງທີ່ສຸດ ເພື່ອຕອບສະໜອງຄວາມຕ້ອງການ ທາງດ້ານການເຫຼ້ືອມໃສຂອງຊາວທ້ອງຖິ່ນ. ຜ່ານໄລຍະເວລາຫຼາຍສະຕະວັດ, ງານບຸນປະເພນີກົນເຊີນ - ກຽບບາກ ໄດ້ສ້າງຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ມີຫຼາຍຮູບຫຼາຍສີ, ສະແດງໃຫ້ເຫັນການປະດິດຄິດສ້າງ, ຄວາມມຸ່ງມາດປາດຖະໜາຂອງຊາວ ຫວຽນາມ ນັບລ້ານຄົນ ແລະ ໄດ້ກາຍເປັນຈຸດຄວາມງາມ ທາງດ້ານວັດທະນະທຳ ທີ່ຂາດບໍ່ໄດ້ໃນຊີວິດແຫ່ງຈິດວິນຍານຂອງຊາດ ຫວຽດນາມ ແລະ ຄວາມມຸ່ງຫວັງຂອງປະຊາຊົນ ຢູ່ທຸກແຖບຖິ່ນໃນທົ່ວປະເທດ ມຸ່ງໄປສູ່ກົກເຄົ້າເຫງົ້າກໍ. ນາງ ຫວຽນທິຖຸ່ຍລຽນ ໃຫ້ຮູ້ວ່າ

   “ເລີ່ມແຕ່ວັນທີ 10 ເດືອນ 8 ຕາມປະເພນີແລ້ວ ແມ່ນມີພິທີຖວາຍດອກໄມ້ ຈູດທູບທຽນບູຊາ ເພື່ອໄຂງານບຸນ. ນີ້ແມ່ນພິທີອັນເປັນປະເພນີຂອງໝູ່ບ້ານ ຫວ້ານ ແລະ ໝູ່ບ້ານ ກຽບ ເຊິ່ງແມ່ນສອງໝູ່ບ້ານທຳພິທີ ບູຊາພະອໍລະຫັນ ແລະ ມາຮອດປັດຈຸບັນຍັງຄົງຮັກສາ ຕາມປະເພນີ ແມ່ນວັນທີ 10 ເດືອນ 8 ແມ່ນພິທີຖວາຍທູບທຽນບູຊາ ເພື່ອໄຂງານບຸນ ດ້ວຍການຂໍນຳພະອໍລະຫັນ ເພື່ອເປີດງານບຸນພະວິຫານ ກຽບບາກ. ຮອດວັນທີ 15 ເດືອນ 8 ພໍ່ແມ່ພີ່ນ້ອງ ແຂກທ່ອງທ່ຽວມາຈາກສາລະທິດ ໄດ້ກັບມາທຳພິທີໄຫວ້ບູຊາ ພະອໍລະຫັນ. ຮອດວັນທີ 16 ເດືອນ 8 ແມ່ນຈັດຕັ້ງພິທີຖວາຍທູບທຽນບູຊາ ອາໄລຫາ ແລະ ໄຂງານບຸນ”.

    ແມ່ນ້ຳ ລຸກເດົ່າ ຢູ່ ຈີ໊ລິງ ເຊິ່ງແມ່ນແຫ່ງຈັດການເຄື່ອນໄຫວຕົ້ນຕໍ ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ, ນີ້ແມ່ນເສັ້ນທາງນ້ຳຍຸດທະສາດ ອັນໄດ້ສ້າງເປັນລະບົບເຊື່ອມຕໍ່ ລະຫວ່າງແມ່ນ້ຳແດງ, ແມ່ນ້ຳ ເບັກດັງ. ທ່ານນາງ ຫວຽນທິຖຸ່ຍລຽນ ໃຫ້ຮູ້ອີກວ່າ: ປີນີ້ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ໄດ້ຍົກລະດັບງານບຸນພົນທະຫານແມ່ນ້ຳ ລຸກເດົ່າ ກາຍເປັນງານສະແດງການເຄື່ອນໄຫວທະຫານບົນແມ່ນ້ຳ ລຸກເດົ່າ ເພື່ອວາດພາບເຖິງບັນຍາກາດກອງທັບ ແລະ ປະຊາຊົນໃນສະໄໝລາດຊະວົງ ເຈິ່ນ ໄດ້ຕີເອົາໄຊຊະນະ ຕໍ່ພວກທະຫານ ມົງໂກນ ມາຮຸກຮານໃນສະຕະວັດທີ XIII. ນາງ ລຽນ ເວົ້າວ່າ:

     “ໃນວັນທີ 17 ເດືອນ 8 ໄລ່ຕາມຈັນທະປະຕິທິນ ຢູ່ແມ່ນ້ຳ ລຸກເດົ່າ ແມ່ນຈັດພິທີກຳທີ່ສຳຄັນ ແລະ ເປັນເອກະລັກສະເພາະຂອງວິຫານ ກຽບບາກ ນັ້ນແມ່ນງານບຸນພົນທະຫານ ບົນແມ່ນ້ຳ ລຸກເດົ່າ. ພິທີກຳນີ້ ແມ່ນເພື່ອແນໃສ່ອາໄລຫາຄຸນງານຄວາມດີ ຂອງນາຍພົນ ເຈິ່ນຮຶງດ້າວ ເຊິ່ງແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດໃນການນຳພາກອງທັບເຮືອ  ຫວຽດນາມ ເມື່ອກ່ອນນີ້”.

       ລາຍການສະແດງຂອງງານບຸນປີນີ້ ແມ່ນແກ່ຍາວກວ່າຊົ່ວໂມງໜຶ່ງ ເຊິ່ງມີການເຂົ້າຮ່ວມຂອງເຮືອ 60 ລຳຂອງຊາວປະມົງຢູ່ເຂດຊຸມຊົນຄື ເກັງຢາງ, ວັນດຶກ ພ້ອມກັບການເຂົ້າຮ່ວມ ຂອງປະຊາຊົນກວ່າ 1.000 ພັນຄົນ. ໃນທ່າມກາງສຽງກອງ ທີ່ດັງກ້ອງກັງວານຂຶ້ນ, ຢູ່ເຂດແມ່ນ້ຳລຳເຊທີ່ກວ້າງໃຫຍ່ ຟົດຟື້ນຂຶ້ນດ້ວຍເຮືອ ນ້ອຍໃຫຍ່ຫຼາຍລຳຢ່າງໜາແໜ້ນ, ສຽງໂຮຮ້ອງ ຝຶກແອບມວຍ ກໍໄດ້ດັງຂຶ້ນໄປທົ່ວເຂດ. ອ້າຍ ຫວູກວາງເຟືອງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນວ່າ:

       “ນີ້ແມ່ນເທື່ອທີສອງທີ່ຂ້າພະເຈົ້າໄດ້ມາຮ່ວມງານບຸນ ແລະ ໄດ້ເຫັນວ່າ ງານບຸນລະດູໃບໄມ້ຫຼົ່ນກົນເຊີນ - ກຽບບາກ ຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່. ບັນດາການເຄື່ອນໄຫວຂອງງານບຸນ ໄດ້ຕິດພັນກັບບັນດາເລື່ອງລາວກ່ຽວກັບການ ປົກປັກຮັກສາປະເທດຊາດ ຂອງຊາດຫວຽດນາມ. ເມື່ອໄດ້ເຫັນປະຈັກຕາລາຍການສະແດງທີ່ ວາດພາບເຖິງການສູ້ຮົບ ປົກປັກຮັກສາປະເທດຊາດຂອງປູ່ຍ່າຕາຍາຍ, ຂ້າພະເຈົ້າ ແລະ ຄອບຄອບຮູ້ສຶກເອກອ້າງທະນົງໃຈທີ່ສຸດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພວກລູກຂອງຂ້າພະເຈົ້າ ແລະ ບັນດາເພື່ອນໜຸ່ມເພີ່ມຄວາມເຂົ້າໃຈ ກ່ຽວກັບປະຫວັດສາດຂອງຊາດ ຫວຽດນາມ ຫຼາຍກວ່າ”.

      ນອກຈາກບັນດາການເຄື່ອນໄຫວຕົ້ນຕໍຄື ພິທີແຈ້ງຜົນງານ, ພິທີຂໍອະນຸຍາດເປີດປະຕູວິຫານ ກຽບບາບ ນັ້ນ, ງານບຸນກົນເຊີນ - ກຽບບາກປີ 2019 ຍັງຈັດບັນດາການເຄື່ອນໄຫວອື່ນໆອີກເຊັ່ນ ບັນດາພິທີບູຊາ, ລາຍການສະແດງສິລະປະພື້ນເມືອງ, ບຸນຊ່ວງເຮືອ, ລາຍການສະແດງລະຄອນຕຸກກະຕານ້ຳ, ບຸນລອຍກະທົງ… ອີກດ້ວຍ.

ຕອບກັບ