ຄົ້ນຫາຫໍພິພິທະພັນດົງທາບ

Ngoc Anh
Chia sẻ
(VOVWORLD) -ຫໍພິພິທະພັນດົງທາບຕັ້ງຢູ່ເຮືອນເລກທີ 226 ຖະໜົນ ຫງວຽນທ້າຍຫອກ ຕາແສງ 4 , ນະຄອນກາວແລ້ງ. ດ້ວຍສະຖາປັດຕະຍະກຳຝ່າຍຕາອອກ-ຕາເວັນຕົກ, ວັດຖຸພັນວາງສະແດງທີ່ອຸດົມສົມບູນ, ທັດສະນີຍະພາບທີ່ງົດງາມດ້ວຍຮົ່ມເຢັນຂອງແຖວຕົ້ນໄມ້ຂຽວ, ທາງໜ້າຂອງ ຫໍພິພິທະພັນດົງທາບມຸ່ງໄປສູ່ແມ່ນ້ຳກາວແລ້ງ, ຫໍພິພິທະພັນດົງທາບແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບ ແຂກທ່ອງທ່ຽວທັງຫຼາຍເມື່ອມາຢ້ຽມຢາມແຂວງດົງທາບ
ຄົ້ນຫາຫໍພິພິທະພັນດົງທາບ - ảnh 1 ຫໍພິພິທະພັນດົງທາບ

ຫໍພິພິທະພັນດົງທາບໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 15ພຶດສະພາປີ 1978, ຖືກຕັ້ງບົນເນື້ອທີ່ດິນ 11.000 ຕາແມັດ. ເມື່ອກ່ອນນີ້, ຢູ່ແຫ່ງນີ້ ລວມມີທັງກຸ່ມປູຊະນີຍະສະຖານ ປະກອບດ້ວຍເຮືອນຂອງໝໍຢາ ລື, ຫໍໂຮງຕ່າງໆພ້ອມກັບຄ້າຍຄຸມຂັງ, ຄ້າຍທະຫານ… ກຸ່ມປູຊະນີຍະສະຖານປະຫວັດສາດຢູ່ ຫໍພິພິທະພັນດົງທາບມີຕຶກອາຄານຫຼາຍແຫ່ງທີ່ອອກແບບຢ່າງສວຍງາມໃນສະໄໝລ່າເມືອງຂຶ້ນຝະລັ່ງ ຄອບຄອງ.

   ມາຮອດປີ 2000, ສາງວັດຖຸພັນ ແລະ ຫ້ອງວາງສະແດງຂອງ ຫໍພິພິທະພັນດົງທາບໄດ້ຮັບການເປີດສະຫຼອງ. ປີ 2012, ຄະນະກຳມະການປະຊາຊົນແຂວງດົງທາບຈັດອັນດັບທີ 2 ໃຫ້ແກ່ ຫໍພິພິທະພັນດົງທາບ. ປະຈຸບັນ, ຫໍພິພິທະພັນດົງທາບວາງສະແດງວັດຖຸພັນປະມານ 3 ໝື່ນຢ່າງ, ຖືກແບ່ງເປັນ 2 ເຂດວາງສະແດງຄື: ເຂດວາງສະແດງໃນເຮືອນ ແລະ ເຂດວາງສະແດງກາງແຈ້ງ. ອ້າຍ ເລເຍິດລຽນ ຜູ້ນຳທ່ຽວຊົມຮັບໃຊ້ແຂກທ່ອງທ່ຽວຢູ່ ຫໍພິພິທະພັນດົງທາບໃຫ້ຮູ້ວ່າ :

   “ ຫ້ອງວາງສະແດງຫົວເລື່ອງ ນັ້ນແມ່ນ ທາງດ້ານວັດທະນະທຳ, ທຳມະຊາດ, ຊາວດົງທາບ, ໄລຍະຕໍ່ສູ້ຕ້ານຝະລັ່ງ ແລະ ໄລຍະຕໍ່ສູ້ຕ້ານອາເມລິກາຂອງປະຊາຊົນ ດົງທາບ. ຢູ່ ເຂດວາງສະແດງກາງແຈ້ງ ກໍວາງສະແດງບັນດາວັດຖຸພັນປະຫວັດສາດໃນສະໄໝສົງຄາມ ຄື : ກຳປັ່ນຮົບ, ປືນ, ເຮືອບິນເອລີກອບເຕີ…ພ້ອມກັນນັ້ນ ກໍຍັງເກັບຮັກສາບັນດາວັດຖຸພັນໃນສະໄໝວັດທະນະທຳ ອ໋ອກແອວ ທີ່ຄົງຕົວມາແຕ່ສະຕະວັດທີ 1 ຫາສະຕະວັດທີ 6 ຄື ຮູບປັ້ນພະເຈົ້າ ວີສນູ ແລະ ຮູບປັ້ນເທບທິດາ ລາດສມີ. ຂອງປະເສີດ 3 ຢ່າງດັ່ງກ່າວໄດ້ຮັບການຮັບຮອງແມ່ນຂອງປະເສີດລະດັບຊາດ. ຫໍພິພິທະພັນດົງທາບຍັງມີວັດຖຸພັນເຮັດດ້ວຍຄຳ ກ່ຽວກັບ ວັດທະນະທຳ ອ໋ອກແອວ ໃຫຍ່ກ່ວາໝູ່ຢູ່ຫວຽດນາມ  ”

     ສຳລັບ ເຂດວາງສະແດງວັດຖຸພັນຢູ່ກາງແຈ້ງຂອງ ຫໍພິພິທະພັນດົງທາບ, ເປັນໜ້າສົນໃຈທີ່ສຸດ ແມ່ນມີເຮືອບິນ MIC 17 ໂດຍພັນເອກ-ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ ຫງວຽນວັນໄບ ເປັນຜູ້ຂັບ, ທ່ານແມ່ນໜຶ່ງໃນຈຳນວນນັກບິນ 19 ຄົນຂອງຫວຽດນາມໄດ້ຮັບນາມມະບົດ ACES ໃນການຕໍ່ສູ້ຕ້ານອາເມລິກາ ດ້ວຍຜົນງານຂັບ ເຮືອບິນ MIC 17 ຍິງເຮືອບິນ 7 ລຳຂອງອາເມລິກາຕົກ. ທ່ານກໍແມ່ນນັກບິນ ຂັບເຮືອບິນ MIC 17 ຍິງເຮືອບິນສັດຕູຕົກເປັນຈຳນວນຫຼາຍກ່ວາໝູ່. ແລະ ໃນວັນທີ 18 ສິງຫາປີ 2018, ເນື່ອງໃນໂອກາດລະນຶກ 73 ປີແຫ່ງວັນການປະຕິວັດເດືອນສິງຫາ, ວັນຊາດຫວຽດນາມທີ 2 ກັນຍາ ແລະ 101 ປີແຫ່ງວັນຄ້າຍວັນເກີດຂອງນັກດົນຕີ ຫງວຽນວິິ້ງບາວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງດົງທາບກໍໄດ້ເປີດຫ້ອງວາງສະແດງນັກດົນຕີຫງວຽນວິ້ງບາວ ໃນບໍລິເວນ ຫໍພິພິທະພັນດົງທາບ. ນາງ ຫງອກເຮີນ, ຜູ້ນຳທ່ຽວຊົມ, ຮັບຜິດຊອບຫ້ອງວາງສະແດງ ຫງວຽນວີ້ງບາວ, ຫໍພິພິທະພັນດົງທາບໃຫ້ຮູ້ວ່າ :

    “ ນັກດົນຕີມີບ້ານເກີດຢູ່ແຂວງດົງທາບ, ປະຈຸບັນ ທ່ານມີອາຍຸ 102 ປີແລ້ວ, ທ່ານຢູ່ຕາແສງ 2 , ນະຄອນກາງແລ້ງ. ທ່ານແມ່ນຜູ້ທີ່ມີຊື່ສຽງຂອງພື້ນຖານດົນຕີຫວຽດນາມ. ທ່ານທັງສາມາດຫຼິ້ນດົນຕີ ກລາດຊິກ ແລະ ທັງຮູ້ຈັກເສບເຄື່ອງດົນຕີຂອງຝ່າຍຕາເວັນຕົກໄດ້ດີ. ທ່ານແມ່ນຜູ້ທີ່ມີຄຸນງາມຄວາມດີໃນການປະກອບສ່ວນເຂົ້າໃນສາງດົນຕີ ເດີນກາກາຍຕືພາກໃຕ້ ເພື່ອໃຫ້ອົງການ UNESCO ຮັບຮອງແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ”

     ຫໍພິພິທະພັນດົງທາບຍັງແມ່ນສະຖານທີ່ແດງເພື່ອສຶກສາອົບຮົມມູນເຊື້ອປະຕິວັດ, ປະຫວັດສາດຂອງຊາດຫວຽດນາມໃຫ້ແກ່ໄວໜຸ່ມ. ມາຢ້ຽມຊົມ ຫໍພິພິທະພັນດົງທາບ, ນ້ອງ ເລຫງວຽນອ້ຽນມີ ຢູ່ນະຄອນ ກາງແລ້ງເປີດເຜີຍວ່າ :

     “ ມາຢ້ຽມຊົມ ຫໍພິພິທະພັນດົງທາບ, ນ້ອງເພີ່ມຄວາມເຂົ້າໃຈກ່ຽວກັບປະຫວັດສາດຂອງແຂວງຕົນ ກໍຄືໃນຂະບວນວິວັດປະຫວັດສາດຕ້ານສັດຕູກູ້ຊາດຂອງຊາດຫວຽດນາມ. ນ້ອງມີຄວາມເອກອ້າງທະນົງໃຈກ່ຽວກັບປະຫວັດສາດຂອງຊາດຫວຽດນາມ. ວັດຖຸພັນທີ່ນຳມາສະແດງຢູ່ ຫໍພິພິທະພັນ ແມ່ນສາມາດວາດພາບຢ່າງມີຊີວິດຊີວາ ເພື່ອໃຫ້ທຸກໆຄົນສາມາດເຂົ້າໃຈງ່າຍ ”

    ບໍ່ພຽງແຕ່ໂຄສະນາ, ວາງສະແດງເທົ່ານັ້ນ, ຫໍພິພິທະພັນດົງທາບຍັງເອົາໃຈໃສ່ ປະສານສົມທົບກັບຄະນະຄຸ້ມຄອງ ບັນດາປູຊະນີຍະສະຖານປະຫວັດສາດ ວັດທະນະທຳ, ບັນດາສະຖານທີ່ທ່ອງທ່ຽວໃນແຂວງດົງທາບເພື່ອໂຄສະນາ ພາບພົດແຂວງດົງທາບໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. ໂດຍແມ່ນໜຶ່ງໃນບັນດາສະຖານທີ່ອັນດູດດື່ມສຳລັບແຂກທ່ອງທ່ຽວ, ແຕ່ລະປີ ຫໍພິພິທະພັນດົງທາບ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຈຳນວນ 1 ແສນເທື່ອຄົນມາຢ້ຽມຊົມ ທັດສະນະສຶກສາ, ທັງນີ້ກໍເປັນການປະກອບສ່ວນຊ່ວຍເຂົາເຈົ້າເພີ່ມຄວາມເຂົ້າໃຈກ່ຽວກັບປະຫວັດສາດອັນສະຫງ່າອົງອາດຂອງຊາດຫວຽດນາມ.

ຕອບກັບ