ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV

Thu Hang
Chia sẻ
(VOVWORLD) -ລົດATVມີແຕ່ສາມລໍ້ ຫາສີ່ລໍ້ ລົດປະເພດນີ້ເຄີຍນຳໃຊ້ຢູ່ບັນປະເທດພັດທະນາໃນໂລກ. ເມື່ອບໍ່ດົນມານີ້ ພວກນິຍົມລົດATVຢູ່ ຫວຽດນາມໄດ້ມີໂອກາດຮ່ວມເດີນທາງພ້ອມກັບລົດATV 50 ຄັນ ຢູ່ຕາມສາຍທາງຢູ່ດົງໂມ ດິດສະໂກເວຣີ ຂຶ້ນກັບເຂດທ່ອງທ່ຽວດົງໂມເຊີນເຕິຍຮ່າໂນ້ຍ
ຄົ້ນຫາປ່າຢູ່ດົງໂມດ້ວຍລົດ ATV - ảnh 1ການເດີນທາງພ້ອມກັບລົດ ATV 50 ຄັນ ຢູ່ຕາມສາຍທາງຢູ່ ດົງໂມ ດິດສະໂກເວຣີ

   ລົດ ATV ຖືກອອກແບບດ້ວຍຂະໜາດ 300 CC  ມີລະບົບ 4 ເກຍຄືຂຶ້ນຄ້ອຍ, ທາງຮາບພຽງ, ເກຍເລກ 0 ແລະ ຖອຍຫຼັງ. ສຳລັບລະບົບເບກ, ໃນພື້ນຖານແລ້ວກໍ່ຄ້າຍຄືກັບລົດໂມໂຕໂດຍທົ່ວໄປ. ພາຍຫຼັງທີ່ໄດ້ປະກອບຄວາມຮູ້ກ່ຽວກັບຄວາມປອດໄພ ແລະສ້າງຄວາມຊິນເຄີຍກັບລົດ, ເພື່ອນ ຫງວຽນຮຸ່ງທ໊ວດແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ:

     “ຄວາມຮູ້ສຶກເມື່ອໄດ້ຂັບລົດກໍ່ແມ່ນຄວາມຮູ້ສຶກຄືໄດ້ກ້າວເຂົ້າສູ່ໂລກສະເພາະຂອງຕົນ. ສຽງດັງຂອງຈັກໄດ້ດຶງດູດໃຈຜູ້ຂັບຂີ່ກໍ່ຄືຜູ້ຊົມ”.

    ດົງໂມ ດິດສະໂກເວຣີ ຖືກອອກແບບດ້ວຍທາງສາມສາຍມີຍອດລວງຍາວກວ່າ 30 ກິໂລແມັດຖືກແບ່ງເປັນສີ່ໄລຍະທາງ, ແຂກທ່ອງທ່ຽວຈະມີຄວາມປະທັບໃຈ ດ້ວຍທັດຊະນີຍະພາບປ່ຽນແປງຢ່າງຕໍ່ເນື່ອງຈາກພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານຂຽວອຸ່ມທຸ່ມຮົກເຮື້ອຫວ່າງເປົ່າຕະຫຼອດຮອດບັນດາໜອງນ້ຳໃສຂຽວເຢັນ. ຢູ່ແຫ່ງນີ້ມີພຽງແຕ່ແຂກທ່ອງທ່ຽວສາມາດເຊື່ອມຕົວເຂົ້າກັບທຳມະຊາດເທົ່ານັ້ນ. ອ້າຍຫງວຽນແອັງຕ໊ວນ ຜູ້ຮັບຜິດຊອບບໍລິຫານການບໍລິການຂີ່ລົດ ATV ຢູ່ດົງໂມ ດິດສະໂກເວຣີ ໃຫ້ຮູ້ວ່າ:

    “ປັດຈຸບັນດົງໂມ ດິດສະໂກເວຣີ ມີສາມສາຍທາງເພື່ອໃຫ້ແຂກທ່ອງທ່ຽວຄົ້ນຫາ. ທີໜຶ່ງແມ່ນສາຍທາງໂຣມັນ. ນີ້ແມ່ນສາຍທາງເພື່ອຄົ້ນຫາທິວທັດທຳມະຊາດຜ່ານເນຶ້ອທີ່ປ່າຕ່າງໆ.ສ່ວນສາຍທາງອາເດີວັນແມ່ນສະຫງວນໃຫ້ແກ່ບັນດາເພື່ອນສາມາດຂັບລົດໄດ້ດີກວ່າ. ສະພາບພູມີສັນຖານໃນເສັ້ນທາງນີ້ກໍ່ສັບສົນກວ່າຍ້ອນວ່າມີທາງຄ້ອຍແລະຄົດລ້ຽວ. ສ່ວນສາຍທາງສຸດທ້າຍແມ່ນສາຍທາງ ອ໋ອບນີ້ແມ່ນສາຍທາງທີ່ສັບສົນທາງດ້ານພູມີສັນຖານຜູ້ຂັບລົດຕ້ອງມີທັກສະ ສະເພາະແລະ ຕ້ອງຜ່ານການຄົ້ນຫາຫຼາຍຄັ້ງແລ້ວຈຶ່ງສາມາດຂັບຂີ່ໄດ້”.

       ບໍ່ພຽງແຕ່ໄດ້ຄົ້ນຫາທິວທັດທຳມະຊາດເທົ່ານັ້ນ, ແຂກທ່ອງທ່ຽວຍັງສາມາດຖ່າຍເປັນທີ່ລະນຶກພ້ອມກັບລົດATVໃນທັດຊະນີຍະພາບສວຍສົດງົດງາມອາກາດປອດໂປ່ງເຢັນສະບາຍແລະສາມາດເອົາຮູບຖ່າຍເຫຼົ່ານີ້ ລົງເຟດບຸກຂອງຕົນ. ເພື່ອນ ເທືອງງ່ານເປັນຄັ້ງທຳອິດໄດ້ຂັບລົດATVຢູ່ ດົງໂມ ດິດສະໂກເວຣີ ເວົ້າວ່າ:

      “ ພາຍຫຼັງທີ່ມີຄວາມປະຫຼາດໃຈຕ້ອງສ້າງຄວາມຊິນເຄີຍໃນເບື້ອງຕົ້ນ, ເຮົາກໍ່ເຫັນວ່າມີຄວາມກ້າຫານກວ່າເພື່ອຄົ້ນຫາທິວທັດທຳມະຊາດ. ໃນສາຍທາງນີ້ກໍ່ມີໄລຍະທາງບາງຕອນສະດວກສະບາຍທີ່ສຸດເຮົາກໍ່ສາມາດຊົມປ່າໄມ່ສັດສາວາສິ່ງຢູ່ອ້ອມຂ້າງ.ແຕ່ພັດມີສາຍທາງເຮັດໃຫ້ເຮົາປ່ຽນແປງຄວາມຮູ້ສຶກຄືໃນເວລາຂຶ້ນຄ້ອຍສູງຕ້ອງແລ່ນຜ່ານຂີ້ຕົມເຮົາກໍ່ຮູ້ສຶກມີຄວາມຢ້ານກົວ”.

      ຕອນສຸດທ້າຍຂອງການເດີນທາງກໍ່ແມ່ນເນື້ອທີ່ປ່າທີ່ກວ້າງໃຫຍ່ໄພສານຖືກປົກຄຸມດ້ວຍຮົ່ມເຢັນບັນດາຕົ້ນໄມ້ໃຫຍ່ ແລະຢູ່ຄຽງຂ້າງໜອງນ້ຳຂຽວໃສເຢັນ. ມຸ່ງສາຍຕາໄປທາງໄກແມ່ນແຈໜຶ່ງຂອງໜອງດ້ວຍບັນດາຕົ້ນໄມ້ຂຽວອຸ່ມທຸ່ມພວມຖອດເງົາລົງໜ້າໜອງອັນໄດ້ສ້າງເປັນຮູບພາບທີ່ສວຍສົດງົດງາມດັ່ງໃນຝັນ. ອ້າຍຫງວຽນແອັງຕ໊ວນໃຫ້ຮູ້ຕື່ມອີກວ່າ:

      “ໃນໄລຍະທີ່ຈະມາເຖິງໜອງແຫ່ງນີ້ຈະກາຍເປັນໜອງບົວ ແລະ ຈະກາຍເປັນບ່ອນທີ່ເຮົາສາມາດຕັ້ງຄ້າຍພັກຜ່ອນໄດ້ຢ່າງສະບາຍ. ທາງໃນຂອງເຂດປ່ານີ້ ຈະແມ່ນບັນດາເຂດເຮືອນເຮັດເທິງຕົ້ນໄມ້. ຈະມີການລະຫຼິ້ນສະຫງວນໃຫ້ແກ່ເດັກນ້ອຍ.ລະດູຮ້ອນໃກ້ຈະມາເຖິງແລ້ວຮອດຍາມຕອນບ່າຍໃຜໆມີຄວາມຕ້ອງການຢ້ຽມຊົມທິວທັດທຳມະຊາດໃນໜອງກໍ່ມີເຮືອຮັບໃຊ້ໃຫ້ເຮົາ”.

    ດົງໂມ ດິດສະໂກເວຣີ ແມ່ນສະຖານທີ່ດູດດື່ມສຳລັບບໍ່ວ່າຜູ້ໃດມີຄວາມຊົມຊອບການທ່ອງທ່ຽວພະຈົນໄພພ້ອມກັບຄວາມນິຍົມແຂ່ງລົດ ATV ທັງແມ່ນບ່ອນເພື່ອໃຫ້ບັນດາຄອບຄົວຜູກມັດຄວາມຮັກແພງນຳກັນ ທັງເປັນບ່ອນລະຫຼິ້ນຢ່ອນອາລົມຂອງພວກໄວໜຸ່ມອີກດ້ວຍ.

ຕອບກັບ