ຄຸກເຊີນລາ-ປູຊະນີຍະສະຖານລະດັບຊາດພິເສດ

Ngoc Anh
Chia sẻ
(VOVWORLD) -ຄຸກເຊີນລາໂດຍແມ່ນພວກລ່າເມື່ອງຂຶ້ນຝະລັ່ງກໍ່ສ້າງໃນຕົ້ນສະຕະວັດທີ XX. ຢູ່ຄຸກແຫ່ງນີ້ ໄດ້ຄຸມຂັງນັກຄອມມູນິດ ແລະ ຜູ້ຮັກຊາດຊາວຫວຽດນາມຈຳນວນກວ່າ 1.000 ຄົນ. ປູຊະນີຍະສະຖານຄຸກເຊີນລາຖືກຈັດອັນດັບແມ່ນປູຊະນີຍະສະຖານລະດັບຊາດເມື່ອປີ 1962, ປູຊະນີຍະສະຖານລະດັບຊາດພິເສດເມື່ອປີ 2014. ນີ້ກໍ່ແມ່ນສະຖານທີ່ແດງ ເພື່ອສຶກສາອົບຮົມມູນເຊື້ອປະຕິວັດ, ອາໄລຫາບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ເພື່ອຍາດເອົາເອກະລາດ ອິດສະລະພາບຂອງຊາດ
ຄຸກເຊີນລາ-ປູຊະນີຍະສະຖານລະດັບຊາດພິເສດ  - ảnh 1ປີ 1965 ກອງທັບອາກາດຂອງອາເມລີກາກໍ່ໄດ້ຖິ້ມລະເບີດທຳລາຍເທດສະບານເຊີນລາ ອັນໄດ້ທຳລາຍສ່ວນໜຶ່ງຂອງຄຸກ 

ຄຸກເຊີນລາແມ່ນຖືກກໍ່ສ້າງບົນໂນນ ເຄົາກາ, ຈາກຍອດໂນນພວກເຮົາອາດຈະເຫັນຮູບພາບທັງໝົດຂອງນະຄອນເຊີນລາ. ຄຸກແຫ່ງນີ້ຖືກກໍ່ສ້າງແບບຖາວອນ, ຝາຖືກກໍ່ສ້າງດ້ວຍຫີນ ແລະ ດິນຈີ່, ຫຼັງຄາຖືກມຸງດ້ວຍສັງກະສີ, ບໍ່ມີເພດານ, ຕຽງນອນສຳລັບນັກໂທດກໍ່ຖືກກໍ່ສ້າງດ້ວຍຫີນ ແລະ ປູດ້ວຍສີມັງ, ພ້ອມກັນນັ້ນກໍ່ມີລະບົບໂສ້ລ່າມຂາຕາມລວງຍາວຂອງພື້ນ. ໂດຍຖືກກໍ່ສ້າງເມື່ອປີ 1908 ດ້ວຍເນື້ອທີ່ໃນເບື້ອງຕົ້ນແມ່ນ 500 ຕາແມັດ, ຜ່ານການກໍ່ສ້າງ 3 ຄັ້ງ ແລະ ເປີດກວ້າງ, ຄຸກເຊີນລາມີຍອດເນື້ອທີ່ 2.170 ຕາແມັດ. ພວກລ່າເມືອງຂຶ້ນຝະລັ່ງໄດ້ຫັນສະຖານທີ່ແຫ່ງນີ້ ກາຍເປັນຂຸມນາລົກເພື່ອຄຸມຂັງ ທໍລະມານ ແລະ ດັບສູນເຈດຈຳນົງຂອງບັນດານັກຄອມມູນິດ, ແຕ່ກໍ່ບໍ່ສາມາດເຮັດໃຫ້ເຈດຈຳນົງຂອງນັກຄອມມູນິດຖືກທໍ້ຖອຍ. ທ່ານ ມາຍວີ ອະດີດນັກໂທດໃນຄຸກເຊີນລາ ເລົ່າຄືນສູ່ຟັງວ່າ:

      “ຂ້າພະເຈົ້າຖືກຈຳຄຸກເຊີນລາແຕ່ປີ 1940 ຫາ 1945. ຢູ່ຄຸກເປັນເວລາ 5 ປີ, ພວກຂ້າພະເຈົ້າກໍ່ໄດ້ຮຽນການເມືອງ, ວັດທະນະທຳ. ຄາວນັ້ນຂ້າພະເຈົ້າກໍ່ແມ່ນຜູ້ຂຽນຂ່າວຂອງໜັງສືພິມ ສວຍແຣວ. ດັ່ງນັ້ນ ຮອດເວລາອອກຈາກຄຸກ, ພວກຂ້າພະເຈົ້າກໍ່ມີຄວາມສາມາດໄປຂົນຂວາຍມະຫາຊົນ ເຂົ້າຮ່ວມການສ້າງຂະບວນການປະຕິວັດ. ອາດຈະເວົ້າໄດ້ວ່າ ຄຸກເຊີນລາກໍ່ແມ່ນໂຮງຮຽນປະຕິວັດ”.

    ແລະ ກໍ່ຢູ່ຄຸກແຫ່ງນີ້ ກໍ່ໄດ້ກາຍເປັນສະຖານທີ່ຫຼໍ່ຫຼອມເຈດຈຳນົງ, ກໍ່ສ້າງບັນດານັກຮົບ, ສະມາຊິກພັກຄອມມູນິດທີ່ຈົງຮັກພັກດີ ແລະ ບໍ່ຍອມຈຳນົນຕໍ່ສັດຕູເຊັ່ນ  ທ່ານ ເຈື່ອງຈິງ, ເລຢວນ: ຫງວຽນເລືອງບັ່ງ, ໂຕຫ້ຽວ… ພິເສດ ໂຕຫ້ຽວ ເຊິ່ງແມ່ນຜູ້ໄດ້ປູກຕົ້ນຄາຍໃນຄຸກເຊີນລາ ເຊິ່ງແມ່ນສັນຍາລັກແຫ່ງນ້ຳໃຈຕໍ່ສູ້ຂອງບັນດານັກຮົບຄອມມູນິດຢູ່ແຫ່ງນີ້. ທ່ານ ມາຍວີ ເວົ້າວ່າ:

      “ອ້າຍນ້ອງທັງໝົດໃນຄຸກເຊີນລາກໍ່ລ້ວນແຕ່ຄິດເຖິງອ້າຍ ໂຕຫ້ຽວ, ເຊິ່ງແມ່ນວິນຍານຂອງອ້າຍນ້ອງພວກເຮົາໃນຄຸກ, ເພາະວ່າອ້າຍເປັນຜູ້ໄດ້ເບິ່ງແຍງໃຫ້ອ້າຍນ້ອງທຸກໆຄົນຈາກຊີວິດທາງດ້ານຈິດໃຈກໍ່ຄືວັດຖຸຂອງນັກໂທດ. ເຮັດໃຫ້ຊີວິດຂອງອ້າຍນ້ອງໃນຄຸກ ສາມາດບັນເທົາຄວາມລຳບາກ ແລະ ບໍ່ຢ້ານກົວຕໍ່ກົນອຸບາຍອັນເລິກແລບຂອງສັດຕູ”.

      ຕິດກັບເຂດປູຊະນີຍະສະຖານຄຸກເຊີນລາ ກໍ່ແມ່ນຫໍພິພິທະພັນແຂວງເຊີນລາ ເຊິ່ງຢູ່ແຫ່ງນີ້ໄດ້ສະແດງກ່ຽວກັບຊົນເຜົ່າ, ວາງສະແດງວັດຖຸພັນນັບ 1.000 ຢ່າງຈາກສະໄໝປະຖົມບູຮານ ເຊິ່ງແມ່ນວັດຖຸພັນສ່ອງແສງເຖິງວັດທະນະທຳທີ່ເປັນເອກະລັກຂອງ 12 ຊົນເຜົ່າທີ່ດຳລົງຊີວິດຢູ່ເຊີນລາ. ປີ 1952, ເມື່ອຖອນອອກຈາກເທດສະບານເຊີນລາ, ພວກລ່າເມືອງຂຶ້ນຝະລັ່ງກໍ່ໄດ້ຖິ້ມລະເບີດທຳລາຍຄຸກແຫ່ງນີ້ ແນໃສ່ລົບລ້າງຮ່ອງຮອຍໂທດກຳຂອງພວກເຂົາ, ຮອດປີ 1965 ກອງທັບອາກາດຂອງອາເມລີກາກໍ່ໄດ້ຖິ້ມລະເບີດທຳລາຍເທດສະບານເຊີນລາ ອັນໄດ້ທຳລາຍສ່ວນໜຶ່ງຂອງຄຸກ. ໃນຊຸມປີ 1980 ແລະ ປີ 1994, ແຂວງ ເຊີນລາກໍ່ໄດ້ດຳເນີນການຟື້ນຟູບັນດາກິດຈະກຳໃນຄຸກ. ປູຊະນີຍະສະຖານລະດັບຊາດພິເສດຄຸກເຊີນລາ ໄດ້ກາຍເປັນສູນສຶກສາອົບຮົມມູນເຊື້ອປະຕິວັດໃຫ້ຊາວ ຫວຽດນາມ ລຸ້ນຕ່າງໆ. ອ້າຍ ດິງຫິວດຶກເຖາະ ແຂກທ່ອງທ່ຽວມາຈາກ ນະຄອນດ່າໜັງ ເວົ້າວ່າ:

      “ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ໄປທ່ອງທ່ຽວຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ, ບົນເສັ້ນທາງເດີນ, ກໍ່ໄດ້ແວ່ ຢາມແຂວງ ເຊີນລາ. ໃນຄະນະນັກທ່ອງກໍ່ມີເດັກນ້ອຍ, ຂ້າພະເຈົ້າກໍ່ຢາກໃຫ້ລູກຫຼານຮູ້ວ່າ ເມື່ອກ່ອນນີ້ປູ່ຍ່າຕາຍາຍໄດ້ມີຄວາມລຳບາກ ແລະ ເສຍສະຫຼະຊີວິດຄືແນວໃດ ເພື່ອຍາດເອົາເອກະລາດ ແລະ ອິດສະລະພາບ ແລະ ຊີວິດໃນວັນນີ້ມາໃຫ້ປະເທດຊາດ. ຄຸກເຊີນລາກໍ່ແມ່ນສະຖານທີ່ ນັບແຕ່ຄາວຍັງນ້ອຍຂ້າພະເຈົ້າກໍ່ໄດ້ຮຽນ ແລະ ຮູ້ຜ່ານປຶ້ມອ່ານແລ້ວ, ແຕ່ໃນປັດຈຸບັນກໍ່ເປັນຄັ້ງທຳອິດທີ່ໄດ້ມາເຫັນຕົວຈິງ ເພື່ອຊອກຮູ້ກ່ຽວກັບອູ່ປະຕິວັດຂອງປູ່ຍ່າຕາຍາຍພວກເຮົາ”.

      ຄຸກເຊີນລາໄດ້ກາຍເປັນຫຼັກຖານແຫ່ງໄລຍະປະຫວັດສາດທີ່ສະຫງ່າອົງອາດ ຂອງການປະຕິວັດ, ຈິດໃຈທີ່ບໍ່ຍອມຈຳນົນຂອງບັນດານັກຄອມມູນິດທີ່ອົງອາດກ້າແກ່ນ ເຊິ່ງໄດ້ຖືກສັດຕູຈັບກຸມຄຸມຂັງ. ແຕ່ລະປີຄຸກເຊີນລາກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວນັບ 100.000 ເທື່ອຄົນທັງຢູ່ພາຍໃນ ແລະ ສາກົນມາຢ້ຽມຊົມ ຄົ້ນຄວ້າທັດສະນະສຶກສາ.

ຕອບກັບ