ການທ່ອງທ່ຽວຫວນຄືນ ເສັ້ນທາງສາຍພູຫຼວງແຫ່ງເທບນິຍາຍ

To Tuan
Chia sẻ
(VOVWORLD) -ໃນການຕໍ່ສູ້ຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ, ເສັ້ນທາງສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ມີບົດບາດສຳຄັນໃນການຂົນສົ່ງລຳລຽງແຮງຄົນ, ວັດຖຸໃຫ້ແກ່ສະໜາມຮົບພາກໃຕ້ ເພື່ອບົດປ່ອຍຊາດ. ມີສະຖານທີ່ຫຼາຍແຫ່ງບົນເສັ້ນທາງສາຍພູຫຼວງ ໄດ້ຕິດພັນກັບບັນດາວິລະກຳ, ຄວາມເສຍສະຫຼະຊີວິດ ຢ່າງພິລະອາດຫານຂອງກອງທັບ, ຊາວໜຸ່ມຕະລຸມບອນ ແລະ ປະຊາຊົນຢູ່ເຂດສະໜາມຮົບໃນຄາວນັ້ນ. ສົງຄາມໄດ້ຜ່ານພົ້ນໄປ, ແຕ່ບັນດາສະຖານທີ່ປະຫວັດສາດບົນສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ໃນປັດຈຸບັນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວຂອງນັກທ່ອງທ່ຽວທັງຫຼາຍ.
ການທ່ອງທ່ຽວຫວນຄືນ ເສັ້ນທາງສາຍພູຫຼວງແຫ່ງເທບນິຍາຍ - ảnh 1ທ່າເຮືອຊວນເຊີນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ລືຊື່ 

ຈາກນະຄອນ ດົງຮ່າ ແຂວງ ກວ໋າງຈິ ເດີນຕາມເສັ້ນທາງ ໂຮ່ຈີມິນ ຂຶ້ນທາງທິດເໜືອປະມານ 30 ກິໂລແມັດ ກໍ່ຈະຮອດ ແຄຫໍ ເຊິ່ງແມ່ນສະຖານທີ່ເລີ່ມຕົ້ນຂອງເສັ້ນທາງ 559. ແຄຫໍ ນອນຢູ່ຕີນພູ ດົ້ງນອກ ທາງທິດຕາເວັນຕົກສຽງໃຕ້ ຂອງເມືອງ ຫວິງລິງ ແຂວງ ກວ໋າງຈິ ແມ່ນແຫ່ງທີ່ແມ່ທັບນອ້ຍ 559 ເປັນບ່ອນເຕົ້າໂຮມສິນຄ້າ, ອາວຸດປະເພດຕ່າງໆ ເຊິ່ງແມ່ນຈຸດເລີ່ມຕົ້ນຂອງເສັ້ນທາງສາຍພູຫຼວງ ເພື່ອລຳລຽງໃຫ້ແກ່ສະໜາມຮົບພາກໃຕ້ ໃນການຕໍ່ຕ້ານຕ້ານອາເມລິກາກູ້ຊາດ ວັນທີ 1 ພະຈິກ ປີ 2011, ແຄຫໍ ໄດ້ຮັບການຮັບຮອງຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແມ່ນປູຊະນີຍະສະຖານລະດັບຊາດ. ແຄຫໍ ກໍ່ໄດ້ກາຍເປັນຈຸດເລີ່ມຕົ້ນ ໃນສາຍທ່ອງທ່ຽວຫວນຄືນບັນດາຮ່ອງຮອຍສະຖານ ບົນເສັ້ນທາງສາຍພູຫຼວງ - ເສັ້ນທາງ ໂຮ່ຈີມິນ ເຊິ່ງລວມມີບັນດາສະຖານທີ່ປະຫວັດສາດຄື: ຂົວອູ່ ເບ໊ນຕັດ; ສຳນັກບັນຊາການແນວໜ້າ ຂອງກອງບັນຊາການ 559, ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ, ເດີ່ນບິນ ຕາເກີ່ນ… ແຕ່ກໍ່ມີສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງ ທີ່ຄະນະນັກທ່ອງທ່ຽວບໍ່ອາດພາດໂອກາດແວ່ຍາມ ນັ້ນແມ່ນເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ເຈື່ອງເຊີນ  ເຊິ່ງແມ່ນເຂດສຸສານໃຫຍ່ກວ່າໝູ່ໃນທົ່ວປະເທດ. ທ່ານ ໂຮ່ແທັງຟຸກ ນັກຮົບເກົ່າຢູ່ສະໜາມຮົບສາຍພູຫຼວງເມື່ອກ່ອນນີ້ໄດ້ກັບຄືນສູ່ເຂດສຸສານນັກຮົບ ເສຍສະຫຼະ ຊີວິດເພື່ອຊາດ ເຈື່ອງເຊີນ, ຢ້ຽມຢາມສະຖານທີ່ປະຫວັດສາດຂົວອູ່ ເບ໊ນຕັດ ເຊິ່ງແມ່ນຂີດໝາຍບັນດາການສູ້ຮົບທີ່ດຸເດືອດໃນຄາວນັ້ນໄດ້ເວົ້າວ່າ:

      “ນີ້ແມ່ນສະຖານທີ່ບັນທຶກບັນດາຂີດໝາຍປະຫວັດສາດ ທີ່ຍາວນານຂອງຊາດ, ໃຫ້ແກ່ຄົນລຸ້ນຫຼັງ. ພ້ອມກັນນັ້ນກໍ່ແມ່ນທິວທັດທຳມະຊາດ, ແມ່ນແຫ່ງທີ່ໄດ້ບັນທຶກບັນດາຂີດໝາຍທີ່ສຳຄັນຂອງຊາດ ຫວຽດນາມ.”

       ໃນຊຸມປີແຫ່ງສົງຄາມຕ້ານອາເມລິກາກູ້ຊາດ, ຫຼາຍໝູ່ບ້ານຢູ່ແຂວງ ກວ໋າງບິ່ງ ໄດ້ຖືກທຳລາຍຢ່າງໜັກ, ເພາະວ່າຢູ່ແຫ່ງນີ້ແມ່ນສະຖານທີ່ເຕົ້າໂຮມສິນຄ້າຂົນສົ່ງ ບົນເສັ້ນທາງສາຍພູຫຼວງ ເພື່ອລຳລຽງໃຫ້ແກ່ສະໜາມຮົບພາກໃຕ້. ປັດຈຸບັນ ຢູ່ທົ່ວແຂວງ ກວ໋າງບິ່ງ ມີສະຖານທີ່ປະຫວັດສາດ 121 ແຫ່ງ, ໃນນັ້ນມີ 35 ແຫ່ງແມ່ນລະດັບຊາດ, 18 ແຫ່ງແມ່ນລະດັບຊາດພິເສດ, ຕົ້ນຕໍແມ່ນບັນດາສະຖານທີ່ຂຶ້ນກັບລະບົບເສັ້ນທາງ ໂຮ່ຈີມິນ. ປັດຈຸບັນບັນດາສະຖານທີ່ປະຫວັດສາດ ທີ່ເປັນຮ່ອງຮອຍສະຖານໃນບາງສົງຄາມ ພ້ອມກັບບັນດາທິວທັດທຳມະຊາດ ທີ່ສວຍສົດງົດງາມໃນແຂວງ ກວ໋າງບິ່ງ ຄື ຖ້ຳຟອງຍາແກບ່າງ ເຊິ່ງໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນສິ່ງມະຫັດສະຈັນທຳມະຊາດໂລກ ໄດ້ດຶງດູດດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະຕ່າງປະເທດມາຢ້ຽມຊົມຢ່າງຫຼວງຫຼາຍ. ທ່ານ ດັ້ງດົງຮ່າ ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກວ໋າງບິ່ງ ໃຫ້ຮູ້ວ່າ:

     “ປັດຈຸບັນ ກວ໋າງບິ່ງ ພວມເອົາໃຈໃສ່ນຳຮູບແບບທ່ອງທ່ຽວ ໄປຢ້ຽມຊົມທັດສະນະສຶກສາ, ຊອກຮູ້ວັດທະນະທຳປະຫວັດສາດ, ໄປທ່ຽວຊົມຫວນຄືນສະໜາມຮົບເກົ່າ ໃຫ້ກາຍເປັນບັນດາຜະລິດຕະພັນທ່ອງທ່ຽວໃໝ່, ອັນໄດ້ດຶງດູດແຂກທ່ອງທ່ຽວ ດ້ວຍບັນດາວິທີການແກ້ໄຂຄື ວາງແຜນກຳນົດບັນດາສະຖານທີ່ທ່ອງທ່ຽວ ໂດຍຕິດພັນກັບການພັດທະນາການທ່ອງທ່ຽວ, ສ້າງຕັ້ງບັນດາບໍລິສັດລົງສຳຫຼວດ ຊອກຮູ້ຕົວຈິງ, ເພີ່ມທະວີວຽກງານໂຄສະນາ ແນະນຳສະຖານທີ່ປະຫວັດສາດທີ່ພົ້ນເດັ່ນ ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວຂອງແຂວງ”.

     ຕາມການນຳຂະແໜງທ່ອງທ່ຽວແລ້ວ, ການທ່ອງທ່ຽວຫວນຄືນປະຫວັດສາດ ແມ່ນມີລັກສະນະພິເສດ, ມີລັກສະນະເປັນເຄື່ອງໝາຍການຄ້າຂອງຂະແໜງທ່ອງທ່ຽວ ແຂວງ ກວ໋າງບິ່ງ, ແຂວງ ກວ່່າງຈິ. ເມື່ອໄປທ່ຽວຊົມບັນດາສະຖານທີ່ທ່ອງທ່ຽວປະຫວັດສາດ, ແຂກທ່ອງທ່ຽວທັງຫຼາຍ ຈະມີໂອກາດຫວນຄືນອະນຸສອນບົນສະໜາມຮົບ, ເພື່ອຈະມີຄວາມເຂົ້າໃຈກ່ຽວກັບການທຳລາຍລ້າງ ແລະ ສິ່ງທີ່ທົດແທນຍ້ອນສົງຄາມກໍ່ຂຶ້ນ. ພ້ອມກັບສະຖານທີ່ແດງນັ້ນ, ທິວທັດທຳມະຊາດທີ່ງົດງາມບົນເສັ້ນທາງ ໂຮ່ຈີມິນ ພວມໄດ້ຮັບການຜັນຂະຫຍາຍຈາກແຂວງ ກວ໋າງບິ່ງ ແລະ ແຂວງ ກວ໋າງຈິ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຢ່າງຫຼວງຫຼາຍ. ການທ່ອງທ່ຽວຫວນຄືນປະຫວັດສາດໄດ້  ແລະພວມເປີດແງ່ຫວັງຢ່າງໃຫຍ່ຫຼວງ ເພື່ອໃຫ້ແຂວງເຫຼົ່ານີ້ພັດທະນາການທ່ອງທ່ຽວ ທີ່ມີລັກສະນະພິເສດຂອງທ້ອງຖິ່ນ.

ຕອບກັບ