ການທ່ອງທ່ຽວຢູ່ຟາມກະສິກຳໃນແຂວງ ເລິມດົ່ງ

Thu Hang
Chia sẻ
(VOVWORLD) -ການທ່ອງທ່ຽວຢູ່ຟາມກະສິກຳ ແມ່ນຜະລິດຕະພັນທ່ອງທ່ຽວໃໝ່ຢູ່ ດ່າຫຼາດ, ແຂວງ ເລິມດົ່ງ. ພາຍຫຼັງຜັນຂະຫຍາຍປະຕິບັດທົດລອງມາເປັນເວລາ 5 ປີ, ໄດ້ສ້າງຄວາມປະທັບໃຈທີ່ດີ ແລະ ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ປະກອບສ່ວນເຂົ້າໃນການພັດທະນາຫຼາຍພໍສົມຄວນ ໃຫ້ແກ່ຂະແໜງທ່ອງທ່ຽວຂອງທ້ອງຖິ່ນ. ຄະນະກຳມະການປະຊາຊົນແຂວງ ເລິມດົ່ງ ພວມປະກາດໃຊ້ປະມວນລະບຽບການໃໝ່ ພ້ອມກັບບັນດານະໂຍບາຍທີ່ເໝາະສົມ ແນໃສ່ນຳຜະລິດຕະພັນທ່ອງທ່ຽວ ທີ່ມີທ່າແຮງບົ່ມຊ້ອນນີ້ພັດທະນາຂຶ້ນສູ່ລະດັບໃຫຍ່ກວ່າ ໃນອະນາຄົດ
ການທ່ອງທ່ຽວຢູ່ຟາມກະສິກຳໃນແຂວງ ເລິມດົ່ງ - ảnh 1ການທ່ອງທ່ຽວຢູ່ຟາມກະສິກຳໃນດ່າຫຼາດແຂວງ ເລິມດົ່ງ ໄດ້ດຶ
ດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍ

ມາຢ້ຽມຊົມທັດສະນະສຶກສາ ແລະ ໄດ້ເດັດເອົາບັນດາໝາກ ສະຕໍເບີຣີ ພວມສຸກແດງດ້ວຍມືຂອງຕົນຢູ່ສວນໝາກ ສະຕໍເບີຣີ ແຫ່ງໜຶ່ງທີ່ຕາແສງ 8 ນະຄອນ ດ່າຫຼາດ. ນາງ ຫງວຽນທິຍຸງ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ຖືວ່າ: ນີ້ແມ່ນການລົງຕົວຈິງຄັ້ງໃໝ່ ເຕັມໄປດ້ວຍຄວາມປະທັບໃຈ. ນອກຈາກໄດ້ເຫັນດ້ວຍຕາວຽກງານຂອງຊາວກະສິກອນ, ນາງພ້ອມກັບໝູ່ເພື່ອນຍັງໄດ້ຖ່າຍຮູບເປັນທີ່ລະນຶກອີກດ້ວຍ. ນາງ ຫງວຽນທິຍຸງເວົ້າວ່າ:

  “ເຮົາຮູ້ສຶກວ່າມີຄວາມຈັບໃຈທີ່ສຸດເມື່ອໄດ້ມາຢ້ຽມຊົມສະຖານທີ່ທ່ອງທ່ຽວສວນໝາກໄມ້ເຊັ່ນນີ້. ເພາະວ່າເມື່ອໄດ້ມາແຫ່ງນີ້ ເຮົາກໍ່ເຫັນດ້ວຍຕາ ກ່ຽວກັບຕົ້ນໄມ້, ມັນໄດ້ເຕີບໂຕ ແລະ ຂະຫຍາຍຕົວໃນສະພາບແວດລ້ອມຄືແນວໃດ, ຜ່ານນັ້ນ ເຮົາຈຶ່ງຮູ້ແຈ້ງເຖິງເຕັກໂນໂລຢີ ການປູກຝັງຕາມທິດປອດສານພິດ, ອັນໄດ້ນຳມາເຊິ່ງຜະລິດຕະພັນບັນລຸຄຸນນະພາບສູງ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ”.

      ບໍ່ພຽງແຕ່ແຂກທ່ອງທ່ຽວເທົ່ານັ້ນ ບັນດາຮູບແບບທ່ອງທ່ຽວຟາມສວນກະສິກຳຢູ່ ດ່າຫຼາດຍັງແມ່ນສະຖານທີ່ດູດດື່ມສຳລັບຊາວທ້ອງຖິ່ນອີກດ້ວຍ. ຕາມອ້າຍ ໂງວັນລາຍ ຢູ່ຕາແສງໜຶ່ງຢູ່ ດ່າຫຼາດ ແລ້ວ ເມື່ອສະຖານທີ່ທ່ອງທ່ຽວທຳມະຊາດຄື ນ້ຳຕົກຕາດ ເບຣນ, ນ້ຳຕົກຕາດ ດາຕາລາ, ໜອງທານເທີດ, ຮ່ອມພູແຫ່ງຄວາມຮັກ, ສວນດອກໄມ້ນະຄອນ... ໄດ້ເປັນສິ່ງທີ່ລື້ງເຄີຍສຳລັບທຸກໆຄົນ, ແຕ່ ດ່າຫຼາດ ພັດມີຮູບການທ່ອງທ່ຽວຟາມສວນກະສິກຳ ກໍ່ແມ່ນທິດກ້າວເດີນທີ່ຕ້ອງເປັນໄປສາມາດຕອບສະໜອງຄວາມຕ້ອງການຢ້ຽມຊົມທັດສະນະສຶກສາໃຫ້ແກ່ແຂກທ່ອງທ່ຽວທີ່ມາຈາກສາລະທິດ. ອ້າຍ ໂງວັນລາຍ ເວົ້າວ່າ:

     “ຂ້າພະເຈົ້າມີຄວາມປະຫຼາດໃຈຕໍ່ຮູບແບບການປູກຜັກບໍ່ໃຊ້ດິນນີ້. ມັນກໍ່ໃໝ່ອ່ຽມທີ່ສຸດສຳລັບຊາວ ດ່າຫຼາດ ແລະ ນັບທັງແຂກທ່ອງທ່ຽວຢູ່ຕ່າງແຂວງ ຫຼື ແຂກທ່ອງທ່ຽວສາກົນມານີ້ອີກດ້ວຍ. ນີ້ແມ່ນໜຶ່ງໃນບັນດາສະຖານທີ່ ທ່ອງທ່ຽວທີ່ຈັບໃຈ ແລະ ໃໝ່ອ່ຽມດ້ວຍບັນດາຜະລິດຕະພັນ ເຊິ່ງນັບແຕ່ຄາວຍັງນ້ອຍມາຮອດປັດຈຸບັນ ຂ້າພະເຈົ້າຈຶ່ງໄດ້ເຫັນ. ມີຜັກສະລັດຫຼາຍຊະນິດ ຖືກປູກດ້ວຍວິທີປອດສານພິດ ແລະ ເຮົາຮູ້ສຶກວ່າມີຄວາມປອດໄພທີ່ສຸດ ເມື່ອບໍລິໂພກ”.

      ໂດຍແມ່ນໜຶ່ງໃນບັນດາຫົວໜ່ວຍໄດ້ຮັບໃບຢັ້ງຢືນ ຮູບແບບສະຖານທີ່ທ່ອງທ່ຽວຟາມກະສິກຳ ຈາກແຂວງ, ສວນໝາກອຶໃຫຍ່ຂອງລຸງ ເລຫິວຟານ ຢູ່ຕາແສງ 9 ນະຄອນ ດ່າຫຼາດ ແຂວງ ເລິມດົ່ງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ. ຕາມລຸງ ເລຫິວຟານ ແລ້ວ, ສິ່ງທີ່ດູດດື່ມສຳລັບຮູບແບບທ່ອງທ່ຽວຟາມກະສິກຳນີ້ ແມ່ນແຂກທ່ອງທ່ຽວມີຄວາມໃກ້ຊິດ ສະໜິດສະໜົມກັບທຳມະຊາດ. ລຸງ ຟານ ເວົ້າວ່າ:

       “ແຂກທ່ອງທ່ຽວຈະມີຄວາມສະບາຍໃຈ ເມື່ອຮັບຊົມຕົວຈິງ, ເຂົາເຈົ້າມີຄວາມປະທັບໃຈທີ່ສຸດ. ພ້ອມກັນນັ້ນເຮົາກໍ່ມີບ່ອນແນະນຳບັນດາຜະລິດຕະພັນຂອງແຂວງ ເລິມດົ່ງ, ຂອງ ດ່າຫຼາດ ກ່ຽວກັບບັນດາຜະລິດຕະພັນທີ່ເປັນເອກະລັກ, ບັນດາຜະລິດຕະພັນທີ່ພວກເຮົາພວມປູກໃນສວນ”.

      ພາຍຫຼັງກຳນົດທິດ ແລະ ພັດທະນາເປັນເວລາກວ່າ 2 ປີ, ນັບແຕ່ປີ 2018 ມາຮອດປັດຈຸບັນ, ນະຄອນ ດ່າຫຼາດ ແຂວງ ເລິມດົ່ງ ໄດ້ມີສະຖານທີ່ທ່ອງທ່ຽວຟາມກະສິກຳ 30 ແຫ່ງບັນລຸມາດຕະຖານ ຖືກນຳເຂົ້າຮັບໃຊ້ແຂກທ່ອງທ່ຽວ. ນາງ ຫງວຽນທິບິກງອກ ຮອງຫົວໜ້າພະແນກ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ແຂວງ ເລິມດົ່ງ ໃຫ້ຮູ້ວ່າ ທ້ອງຖິ່ນມີຄວາມເອົາໃຈໃສ່ທີ່ສຸດ ແລະ ສ້າງເງື່ອນໄຂ ເພື່ອນຳເອົາຮູບແບບຟາມກະສິກຳເຂົ້າຮັບໃຊ້ແຂກທ່ອງທ່ຽວ ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວ ເຊິ່ງແມ່ນຂະແໜງເສດຖະກິດປາຍແຫຼມຂອງນະຄອນ ດ່າຫຼາດ - ແຂວງ ເລິມດົ່ງ ເພື່ອພັດທະນາໃຫ້ແຂງແຮງກວ່າອີກ. ນາງ ຫງວຽນທິບິກງອກ ເວົ້າວ່າ:

      “ພາຍຫຼັງທີ່ເຄື່ອງໝາຍທ່ອງທ່ຽວຟາມກະສິກຳ ໄດ້ຖືກສ້າງຂຶ້ນ, ໃນເບື້ອງຕົ້ນບັນດາຫົວໜ່ວຍເມື່ອໄດ້ຮັບໃບຢັ້ງຢືນ ລ້ວນແຕ່ມີແຂກມາຢ້ຽມຊົມ, ຍິ່ງກວ່ານັ້ນມີຫຼາຍຫົວໜ່ວຍໄດ້ຂາຍປີ້ ຮັບໃຊ້ແຂກທ່ອງທ່ຽວ ເຊິ່ງຈະເຮັດໃຫ້ລາຍໄດ້ສູງກວ່າການຂາຍຜະລິດຕະພັນ. ຍົກຕົວຢ່າງຄື ບັນດາສວນດອກໄມ້ ເມື່ອດອກໄມ້ຂາຍບໍ່ໄດ້ ເຮົາກໍ່ຕ້ອນຮັບແຂກມາຢ້ຽມຊົມ, ດັ່ງນັ້ນ ມູນຄ່າເສດຖະກິດທີ່ນຳມາໃຫ້ນັ້ນ ແມ່ນສູງທີ່ສຸດ”.

     ຕາມທ່ານ ຟ້າມແອັດ ຮອງປະທານຄະນະກຳມະປະຊາຊົນແຂວງ ເລິມດົ່ງ ແລ້ວ, ເຖິງວ່າ ພວມປະເຊີນໜ້າຄວາມຫຍຸ້ງຍາກ, ຈຸດອ່ອນໃນການກໍ່ສ້າງ ແລະ ຂະຫຍາຍກໍ່ຕາມ ແຕ່ຮູບແບບທ່ອງທ່ຽວຟາມກະສິກຳສາມາດຢັ້ງຢືນທິດກ້າວເດີນທີ່ເໝາະສົມ ແລະ ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ ແລະ ສັງຄົມຫຼາຍທີ່ສຸດ ອັນໄດ້ຊ່ວຍຍົກສູງມູນຄ່າສັງລວມຂອງທັງຂະແໜງກະສິກຳ ແລະ ທ່ອງທ່ຽວອີກດ້ວຍ. ຕາມທ່ານ ຟ້າມແອັດ ແລ້ວ,  ທາງແຂວງພວມໂຈະການອອກໜັງສືອະນຸຍາດ ການທ່ອງທ່ຽວຟາມກະສິກຳ ແມ່ນເພື່ອຄົ້ນຄວ້າປະກາດໃຊ້ລະບຽບການໃໝ່ ເປົ້າໝາຍທີ່ໄດ້ວາງອອກແມ່ນນຳການທ່ອງທ່ຽວຢູ່ຟາມກະສິກຳຂອງທ້ອງຖິ່ນບັນລຸລະດັບຊາດແລະ ສາກົນ. 

ຕອບກັບ