ກໍ່ສ້າງແຂວງ ກວ໋າງຈິ ກາຍເປັນສັນຍາລັກຂອງບັນດາຄຸນຄ່າສັນຕິພາບ

Thu Hoa
Chia sẻ
(VOVWORLD) -  ດິນແດນກວ໋າງຈິແມ່ນຮູບພາບຮັດແຄບຂອງສົງຄາມຫວຽດນາມແມ່ນແຫ່ງທີ່ລູກລະເບີດທຳລາຍຢ່າງຮ້າຍກາດພ້ອມກັບຄວາມເສຍສະຫຼະ, ການສູນເສຍຢ່າງຫຼວງຫຼາຍ. ດັ່ງນັ້ນສັນຕິພາບຍາມໃດກໍ່ແມ່ນຄວາມຄາດຫວັງຢ່າງແຮງກ້າຂອງຊາວແຂວງກວ໋າງຈິກໍ່ຄືຂອງຊາວຫວຽດນາມທຸກໆຄົນ. ຄວາມຄາດຫວັງມີສັນຕິພາບກໍ່ແມ່ນຄວາມມຸ່ງຫວັງຂອງນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ຮັບເຄາະຮ້າຍຈາກສົງຄາມນັບໝື່ນຄົນ. ດັ່ງນັ້ນພະນັກງານແລະປະຊາຊົນແຂວງກວ໋າງຈິພວມມານະພະຍາຍາມກໍ່ສ້າງດິນແດນແຫ່ງນີ້ ໃຫ້ກາຍເປັນສັນຍາລັກແຫ່ງສັນຕິພາບ ແລະ ເຊີດຊູຄຸນຄ່າຂອງສັນຕິພາບ
ກໍ່ສ້າງແຂວງ ກວ໋າງຈິ ກາຍເປັນສັນຍາລັກຂອງບັນດາຄຸນຄ່າສັນຕິພາບ - ảnh 1ຂົວຮ່ຽນເລືອງໃນປະຈຸບັນ

    ໃນການຕໍ່ຕ້ານຕ້ານອາເມລິກາກູ້ຊາດບັນດາສະຖານທີ່ຢູ່ແຂວງກວ໋າງຈິຄື ຮ່ຽນເລືອງ, ເບ໊ນຫ໋າຍ, ຢົກໝຽວ, ທາງຫຼວງເລກ 9, ແຄແຊັງກຳແພງເກົ່າ... ໄດ້ເຂົ້າສູ່ປະຫວັດສາດຂອງຊາດ. ເມື່ອເວົ້າເຖິງກວ໋າງຈິ, ຜູ້ຄົນທັງຫຼາຍກໍ່ຄິດເຖິງກຳແພງເກົ່າກວ໋າງຈິດ້ວຍການສູ້ຮົບຢ່າງດຸເດືອດທີ່ແກ່ຍາວຕະຫຼອດ 81 ວັນ ແລະ ຄືນ. ປະລິມານລູກລະເບີດທີ່ ອາເມລິກາໄດ້ຖິ້ມລົງໃສ່ດິນແດນກຳແພງເກົ່າກວ໋ງຈິມີເນື້ອທີ່ 3 ຕາລາງກິໂລແມັດໃນ 81 ວັນແລະຄືນເທົ່າກັບອະນຸພາບທຳລາຍຂອງລູກລະເບີດປະລາມະນູ 7 ລູກເຊິ່ງອາເມລິກາໄດ້ຖິ້ມລົງໃສ່ ຍີ່ປຸ່ນ. ພໍ່ຕູ້ ຫງວຽນຄາມ ອາຍຸ 93 ປີຢູ່ເທດສະບານກວ໋າງຈິແຂວງກວ໋າງຈິເລົ່າສູ່ຟັງວ່າ:

    “ເມື່ອສັນຕິພາບກັບຕ່າວຄືນມາ. ກໍ່ແມ່ນຄວາມຜາສຸກຢ່າງໃຫຍ່ຫຼວງຂອງຊາດ. ເທດສະບານກວ໋າງຈິປັດຈຸບັນເຖິງວ່າປະຊາຊກອນໜ້ອຍກໍ່ຕາມແຕ່ມີເຈດຈຳນົງແລະ ມີຄວາມຫວັງກໍ່ສ້າງນະຄອນແຫ່ງສັນຕິພາບແລະຂ້າພະເຈົ້າເຫັນວ່າກໍ່ມີຄວາມສາມາດເປັນໄປໄດ້ ແລະຫັນດິນແດນເທດສະບານກວ໋າງຈິກາຍເປັນດິນແດນທີ່ສັກສິດເຊິ່ງທົ່ວປະເທດມີຄວາມຮັກແພງແລະ ເປັນທີ່ຮູ້ຈັກກັນດີຂອງເພື່ອນມິດສາກົນ”.

      ໃນຊຸມປີແຫ່ງສົງຄາມທຳລາຍ, ແຂວງກວ໋າງຈິແມ່ນແຫ່ງດຽວຂອງການປະຕິວັດພາກໃຕ້ ມີສຳນັກງານຂອງລັດຖະບານປະຕິວັດພາກໃຕ້ ຫວຽດນາມຊົ່ວຄາວແລະໄດ້ຕ້ອນຮັບປະທານກຸຍບາຟີແດນກາດວະໂຕຣແລະເອກອັກຄະລັດຖະທູດ 43 ທ່ານທີ່ມາຈາກ 5 ທະວີບໃນໂລກມາຍື່ນສານຕາຕັ້ງ ເປີດສະຖານທູດ. ນີ້ກໍ່ແມ່ນຂີດໝາຍແຫ່ງສັນຕິພາບແລະມິດຕະພາບ. ທ່ານ ຮວ່າງຝຶກລາມຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານສຳນັກງານລັດຖະບານປະຕິວັດຊົ່ວຄາວສາທາລະນາລັດພາກໃຕ້ ຫວຽດນາມໃຫ້ຮູ້ວ່າ:

     “ລັດຖະບານຊົ່ວຄາວປະຕິວັດພາກໃຕ້ ຫວຽດນາມດ້ວຍບົດບາດພາລະກຳປະຫວັດສາດຂອງຕົນໄດ້ເຊື່ອມຕໍ່ຄວາມສາມັກຄີຊາດລະຫວ່າງບັນດາແນວໂຮມ,ບັນດາອົງການຈັດຕັ້ງມະຫາຊົນ, ກຳລັງແລະໄດ້ຍາດແຍ່ງການສະໜັບສະໜູນຂອງບັນດາປະເທດໃນໂລກ, ບັນດາຜູ້ຮັກຫອມສັນຕິພາບໃນໂລກທີ່ຂັດຄ້ານສົງຄາມຮຸກຮານອັນໄດ້ສ້າງເປັນກຳລັງແຮງສັງລວມເພື່ອກ້າວໄປເຖິງການປົດປ່ອຍພາກໃຕ້ຢ່າງສົມບູນທ້ອນໂຮມປະເທດຊາດເປັນເອກະພາບ”.

     ເພື່ອເປັນການເຊີດຊູບັນດາຄຸນຄ່າສັນຕິພາບ,ແຂວງກວ໋າງຈິໄດ້ແຜນແມ່ບົດງານບຸນ “ເພື່ອສັນຕິພາບ” ມຸ່ງໄປສູ່ການຈັດຕັ້ງງານບຸນທີ່ມີສານເພື່ອສັນຕພາບໃນດິນແດນກວ໋າງຈິໃນປີ 2022. ທ່ານຫງວຽນດັງກວາງຮອງເລຂາຜູ້ປະຈຳການຄະນະພັກແຂວງກວ໋າງຈິໃຫ້ຮູ້ວ່າ: ງານບຸນ“ເພື່ອສັນຕິພາບ” ແນໃສ່ເຊີດຊູບັນດາຄຸນຄ່າຂອງສັນຕິພາບ, ສົ່ງສານກ່ຽວກັບສັນຕິພາບຂອງປະຊາຊົນຫວຽດນາມແລະບັນດາປະຊາຊາດທີ່ຮັກຫອມສັນຕິພາບໃນທົ່ວໂລກ.  ທ່ານຫງວຽນດັງກວາງກ່າວວ່າ:

      “ນາຍົກລັດຖະມົນຕີໄດ້ເຫັນດີໃຫ້ແຂວງກວ໋າງຈິຈັດຕັ້ງງານບຸນ “ເພື່ອສັນຕິພາບ” ເພາະວ່າຢູ່ດິນແດນທີ່ຖືກຮັບຜົນເສຍຫາຍຄວາມເຈັບແສບຫຼາຍຢ່າງ, ດັ່ງນັ້ນກວ໋າງຈິໄດ້ນຳສະເໜີບັນຫານີ້ ເພື່ອສະແດງຄວາມຄາດຫວັງເພື່ອສັນຕິພາບ.  ພວກຂ້າພະເຈົ້າຄິດວ່ານີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວສົມມະນາຄຸນເທົ່ານັ້ນ ຫາກຍັງເປັນການສົ່ງສານທີ່ວ່າບັນດາຜູ້ຮັກຫອມສັນຕິພາບຈົ່ງມາຮ່ວມງານບຸນຢູ່ ກວ໋າງຈິເພື່ອເພີ່ມທະວີຄວາມຮັກຫອມສັນຕິພາບ ຄວາມຄາດຫວັງຍາມໃດກໍ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ”.

       ເຊີດຊູຄຸນຄ່າແຫ່ງສັນຕິພາບບໍ່ພຽງແຕ່ຍ້ອງຍໍຊົມເຊີຍຄຸນຄ່າສັນຕິພາບເທົ່ານັ້ນຫາກຍັງເປັນການອາໄລຫາ ເຊີດຊູສົມມະນາຄຸນຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດສັນຕິພາບ. ພະນັກງານແລະປະຊາຊົນແຂວງກວ໋າງຈິໄດ້ ແລະພວມສຸມໃສ່ກໍ່ສ້າງສັນຍາລັກແຫ່ງສັນຕິພາບຢູ່ດິນແດນເຄີຍຖືກສົງຄາມທຳລາຍ. ປັດຈຸບັນແຂວງກວ໋າງຈິບໍ່ແມ່ນສະຖານທີ່ຂອງທ້ອງຖິ່ນເທົ່ານັ້ນຫາກໄດ້ກາຍເປັນສັນຍາລັກຂອງທົ່ວປະເທດແມ່ນຄວາມເອກອ້າງທະນົງໃຈກ່ຽວກັບໄລຍະທີ່ສະຫງ່າອົງອາດແລະຄວາມຄາດຫວັງມີສັນຕິພາບຂອງຊາດຫວຽດນາມວິລະຊົນ. 

ຕອບກັບ