ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​​ລູກລະ​ເບີດ​ຍັງ​ບໍ່​ທັນ​ແຕກຢູ່ 2 ແຂວງ​ ກ໋​ວາງ​ບິ່ງ, ບິ່ງ​ດິງ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

Chia sẻ
(VOVWORLD) - ວັນທີ 26 ພຶດສະພາ, ຢູ່ແຂວງ ກ໋ວາງບິ່ງ, ໂດຍຕາງໜ້າໂຄງການຫວຽດນາມ - ສ.ເກົາຫຼີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງວສົງຄາມໄດ້ມອບຂອງຂວັນ ໂດຍແມ່ນອາຫານ, ຜ້າອັດປາກ - ດັງ ແລະ ນ້ຳຢາລ້າງມື ໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກ 9.100 ຄົນ ແລະ ຄອບຄົວຂອງເຂົາເຈົ້າຢູ່ 2 ແຂວງ ກ໋ວາງບິ່ງ ແລະ ບິ່ງດິ້ງ. 
ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​​ລູກລະ​ເບີດ​ຍັງ​ບໍ່​ທັນ​ແຕກຢູ່ 2 ແຂວງ​ ກ໋​ວາງ​ບິ່ງ, ບິ່ງ​ດິງ ຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 - ảnh 1

ຊອກຮູ້ສະພາບການປະຕິບັດໂຄງການຮ່ວມມືຫວຽດນາມ - ສ.ເກົາຫຼີ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງສົງຄາມຢູ່ແຂວງກ໋ວາງບິ່ງ 

ເຂົ້າຮ່ວມພິທີມີທ່ານນາງ Caitlin Wiesen, ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳຫວຽດນາມ ແລະ ທ່ານ Cho Han Deog, ຜູ້ອຳນວຍການແຫ່ງຊາດອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ປະຈຳຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ Cho han Deog ແບ່ງປັນວ່າ ບັນດາວັດຖຸ,ສິ່ງຂອງທີ່ໂຄງການດັ່ງກ່າວມອບໃຫ້ຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມແມ່ນອາລົມຈິດຄວາມຮັກແພງນ້ຳໃຈ ແລະ ຄວາມສາມັກຄີຂອງປະຊາຊົນ ສ.ເກົາຫຼີ ທີ່ມີຕໍ່ປະຊາຊົນຫວຽດນາມ. ຊຸມປີຜ່ານມາ,  KOICA ໄດ້ໜູນຊ່ວຍແຫຼ່ງທຶນໃຫ້ແກ່ແຂວງກ໋ວາງບິ່ງເພື່ອປະຕິບັດບັນດາໂຄງການທີ່ມີມູນຄ່າ, ໜູນຊ່ວຍວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ເຮັດໃຫ້ ເນື້ອທີ່ດິນທີ່ ປົນເປື້ອນມົນລະຜິດຈາກລູກລະເບີດປອດສານພິດເຄມີ, ຊ່ວຍເຫຼືອປະຊາຊົນ.

ຕອບກັບ