ໜູນ​ຊ່ວຍການ​ຄົ້ນ​ຄ​້​ວາ, ພັດ​ທະ​ນາ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ 4.0 ເຂົ້າ​​ໃນການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ

Chia sẻ
(VOVWORLD) -ວັນທີ 18 ກັນຍາ, ຢູ່ເກິ່ນເທີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມໄດ້ແນະນຳລາຍການວິທະຍາສາດ ແລະ ເຕັກໂນໂລຢີຈຸດສຸມລະດັບຊາດໄລຍະ 2019 -2025 ດ້ວຍຫົວຂໍ້ “ໜູນຊ່ວຍການຄົ້ນຄ້ວາ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຢີຂອງອຸດສາຫະກຳ 4.0”.
ໜູນ​ຊ່ວຍການ​ຄົ້ນ​ຄ​້​ວາ, ພັດ​ທະ​ນາ, ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ 4.0 ເຂົ້າ​​ໃນການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ - ảnh 1ພາບປະກອບ (taichinh.vn )

ເປົ້າໝາຍຂອງລາຍການແມ່ນຄົ້ນຄ້ວາການນຳໃຊ້, ພັດທະນາ ແລະ ຖ່າຍທອດບາງເຕັກໂນໂລຢີຫຼັກແຫຼ່ງຂອງອຸດສາຫະກຳ 4.0 ເຊິ່ງ ຫວຽດນາມມີທ່າໄດ້ປຽບ (ສາທາລະນະສຸກ, ການທ່ອງທ່ຽວ, ການເງິນ - ທະນາຄານ, ກະສິກຳ…) ເພື່ອນຳໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ລາຍການກໍ່ໜູນຊ່ວຍການທົດລອງປ່ຽນແປງໃໝ່ບາງຮູບແບບການບໍລິຫານ, ການຜະລິດ - ດຳເນີນທຸລະກິດ ຂອງວິສາຫະກິດໃນບາງຂົງເຂດຫຼັກແຫຼ່ງຕາມທິດຫັນເປັນດີຈີຕອນ.

ຕອບກັບ