ໜັງ​ສື​ພິມ​ ສ.ເກົາຫຼີ ຈະ​ສົມ​ທົ​ບ​ກັບ​ ນະ​ຄອນ​ໂຮ່​ຈີ​ມິນ​ ​ຈັດ​ຕັ້ງເວ​ທີ​ປາ​ໄສ​ເສດ​ຖະ​ກິດ

Chia sẻ
(VOVWORLD) -ທີ່ເວທີປາໄສເສດຖະກິດນະຄອນໂຮ່ຈີມິນຄັ້ງທີ 1 ໃນປີ 2019 ຈະ ມີການເຂົ້າຮ່ວມຂອງບັນດານັກຮຽນຮູ້ທີ່ມາຈາກຫຼາຍປະເທດໃນໂລກ, ເຂົາເຈົ້າຈະປຶກສາຫາລື ແລະ ຍົກອອກທິດທາງ “ກໍ່ສ້າງນະຄອນໂຮ່ຈີມິນ ອັດສະລິຍະ”

 ຫວຽດນາມ ພວມກາຍເປັນຕະຫຼາດລົງທຶນສຳຄັນໃນນະໂຍບາຍມຸ່ງໄປເຖິງທາງທິດໃຕ້ໃໝ່ຂອງລັດຖະບານ ສ.ເກົາຫຼີ. ໜັງສືພິມ ເສດຖະກິດ Aju (ສ.ເກົາຫຼີ) ຈະສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ສະຫະສະມາຄົມພົວພັນແລກປ່ຽນເສດຖະກິດ ແລະ ວັດທະນະທຳ ຫວຽດນາມ - ສ.ເກົາຫຼີ (Koveca) ຈັດຕັ້ງບັນດາເວທີປາໄສເສດຖະກິດຢູ່ນະຄອນ ໂຮ່ຈີມິນ ແລະ ແຂວງ ບິ່ງເຢືອງ ໃນລະຫວ່າງວັນທີ 17 – 19 ຕຸລາ. ນີ້ຈະແມ່ນກາລະໂອກາດເພື່ອຊຸກຍູ້ການແລກປ່ຽນ ແລະ ຮ່ວມມືລະຫວ່າງບັນດານັກທຸລະກິດ ສ.ເກົາຫຼີ ແລະ ຫວຽດນາມ. ນະຄອນໂຮ່ຈີມິນ ແມ່ນປາຍແຫຼມເສດຖະກິດຂອງ ຫວຽດນາມໃນຂະນະທີ່ ແຂວງບິ່ງເຢືອງ ແມ່ນສະຖານທີ່ທີ່ມີຈຳນວນບໍລິສັດ ສ.ເກົາຫຼີ ພວມລົງທຶນຫຼາຍທີ່ສຸດ.

ຕອບກັບ