ໄທ ເຊີດຊູບົດບາດຂອງ ອາຊຽນ ຢູ່ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີີຟິກ

Chia sẻ
(VOVWORLD) -  ກອງປະຊຸມບັນດາຜູ້ບັນຊາການປ້ອງກັນຊາດໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ (CHOD 2019) ໂດຍ ກອງທັບ ອາເມລິກາ ແລະ ໄທ ຮ່ວມກັນຈັດຕັ້ງຂຶ້ນຢູ່ບາງກອກ ປະເທດໄທ, ຖືກໄຂຂຶ້ນໃນວັນທີ 27 ສິງຫາ. 
ໄທ ເຊີດຊູບົດບາດຂອງ ອາຊຽນ ຢູ່ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີີຟິກ - ảnh 1 ທ່ານນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປຣາຢຸດ (ຜູ້ຢູ່ທາງກາງ, ພາບ: AP)

ກ່າວຄໍາເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ປຣາຢຸດ ຈັນໂອຊາ ໃຫ້ຮູ້ວ່າ: ບັນດາປະເທດທັງໝົດ ຈົ່ງຮ່ວມມືກັນເພື່ອຮັກສາສະຖຽນລະພາບຢ່າງໝັ້ນຄົງ, ເພີ່ມທະວີສະຖຽນລະພາບໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ດ້ວຍວິທີ ປະຕິບັດກົດໝາຍສາກົນ, ຍົກສູງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ຊຸກຍູ້ການຮ່ວມມືໃຫ້ແໜ້ນແຟ້ນກວ່າອີກ.

        ທ່ານ ປຣາຢຸດ ຈັນໂອຊາ ເນັ້ນໜັກເຖິງ ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ແລະ “ວິໄສທັດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາຊຽນ” ວ່າ ຈະເປີດກາລະໂອກາດໃຫ້ແກ່ການເພີ່ມທະວີການພົວພັນ ແລະ ຮ່ວມມື ພ້ອມກັນນັ້ນ ກໍ່ໜູນຊ່ວຍບັນດາການນໍາໃນພາກພື້ນສົມທົບກັນໃນ 4 ຂົງເຂດຄື: ການຮ່ວມມືຢູ່ທະເລ, ການເຊື່ອມຕໍ່, ໂຄງການດໍາເນີນງານ ສປຊ 2030 ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ແລະ ການຮ່ວມມືດ້ານເສດຖະກິດ.


ຕອບກັບ