ໄທ ນຳໃຊ້ມາດຕະການໃໝ່ ເພື່ອກະຕຸ້ນການຊົມໃຊ້ຢູ່ພາຍໃນປະເທດ

Chia sẻ
(VOVWORLD) -  ວັນທີ 22 ກັນຍາ, ອຳນາດການປົກຄອງ ໄທ ປະກາດວ່າ ໄດ້ດຳເນີນບັ້ນປຸກລະດົມ “ຊີມ, ຊື້ ແລະ ຊົມໃຊ້ໂດຍບໍ່ເສຍຄ່າ” ແນໃສ່ກະຕຸ້ນການຊົມໃຊ້ຢູ່ພາຍໃນປະເທດ.

  ບັ້ນປຸກລະດົມໄດ້ເລີ່ມຕົ້ນແຕ່ວັນທີ 23 ກັນຍາ ແລະ ຈະແກ່ຍາວໄປຮອດທ້າຍເດືອນ ພະຈິກ. ໃນຕະຫລອດໄລຍະທີ່ດຳເນີນບັ້ນປຸກລະດົມ, ປະຊາຊົນ ໄທ ຈະໄດ້ກິນດື່ມ, ຊື້ເຄື່ອງຂອງ ແລະ ນຳໃຊ້ການບໍລິການຢູ່ບັນດາຫ້າງຮ້ານໃດໜຶ່ງໃນທົ່ວປະເທດດ້ວຍຈຳນວນເງິນແມ່ນ 1 ພັນບາດຕໍ່ຄົນເທົ່າກັບ 32 USD ເຊິ່ງໄດ້ຫັກຈາກງົບປະມານຂອງລັດຖະບານ.

        ຄາດຈະມີຫ້າງຮ້ານ 63.000 ຮ້ານ ໃນທົ່ວປະເທດ ໄທ ມາຈົດທະບຽນເຂົ້າຮ່ວມບັ້ນປຸກລະດົມດັ່ງກ່າວ. ເປົ້າໝາຍຂອງບັ້ນປຸກລະດົມແມ່ນກະຕຸ້ນການຊົມໃຊ້ ແລະ ຊຸກຍູ້ການທ່ອງທ່ຽວຢູ່ພາຍໃນປະເທດ.

ຕອບກັບ