ໄທ: ຄ​ະ​ນ​ະ​ລັດ​ຖະ​ບານ​ໃໝ່​​ເຂົ້າສາ​ບານ​ຕົວ​​ດຳ​ລົງ​ຕຳ​ແໜ່ງ

Chia sẻ
(VOVWORLD) - ບັນດາລັດຖະມົນຕີໃນຄະນະລັດຖະບານໃໝ່ຈະເຮັດວຽກຢ່າງເປັນທາງການນັບແຕ່ວັນທີ 18 ກໍລະກົດ, ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ຈະດຳເນີນກອງປະຊຸມຄັ້ງທຳອິດ ກັບບັນດາສາມະຊິກທັງໝົດໃນຄະນະລັດຖະບານເພື່ອວາງບັນດາຫຼັກການຊີ້ນຳວຽກງານ.
ໄທ: ຄ​ະ​ນ​ະ​ລັດ​ຖະ​ບານ​ໃໝ່​​ເຂົ້າສາ​ບານ​ຕົວ​​ດຳ​ລົງ​ຕຳ​ແໜ່ງ - ảnh 1ຄະນະລັດຖະບານໄທໃໝ່ 

ຕອນບ່າຍວັນທີ 16 ກໍລະກົດ, ບັນດາສະມາຊິກຄະນະລັດຖະບານໃໝ່ຂອງ ລັດຖະບານໄທໂດຍທ່ານ ນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ນຳໜ້າ ໄດ້ເຂົ້າສາບານຕົວຮັບດຳລົງຕຳແໜ່ງຕໍ່ໜ້າກະສັດໄທ ມະຫາ ວາຈິລາລົງກອນ, ສຳເລັດວິວັດການສ້າງຕັ້ງລັດຖະບານພົນລະເຮືອນ ພາຍຫຼັງການເລືອກຕັ້ງທົ່ວປະເທດ ໃນ ວັນທີ 24 ມີນາ. ຄະນະລັດຖະບານໃໝ່ຂອງປະເທດໄທລວມມີ 39 ທີ່ນັ່ງ ດ້ວຍ ສະມາຊິກ 36 ຄົນ, ໃນນັ້ນມີ 3 ຕຳແໜ່ງຄວບ ແມ່ນ ທ່ານ ປຣາຢຸດ ຈັນໂອຊາ ເປັນ ນາຍົກລັດຖະມົນຕີ ໄທ ທັງເປັນລັດຖະມົນຕີກະຊວງກາລາໂຫມ, ທ່ານ ຈຸຣິນ ລັກສະນະວິສິດ ສັງກັດພັກປະຊາທິປະໄຕເປັນຮອງນາຍົກລັດຖະຕີທັງເປັນລັດຖະມົນຕີກະຊວງພານິດ ແລະ ທ່ານ ອະນຸທິນ ຊານວິລະກຸນ ສັງກັດພັກພູມໃຈໄທເປັນຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງສາທາລະນະສຸກ. ບັນດາລັດຖະມົນຕີໃນຄະນະລັດຖະບານໃໝ່ຈະເຮັດວຽກຢ່າງເປັນທາງການນັບແຕ່ວັນທີ 18 ກໍລະກົດ, ເຖິງຢ່າງໃດກໍ່ຕາມທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ຈະດຳເນີນກອງປະຊຸມຄັ້ງທຳອິດ ກັບບັນດາສາມະຊິກທັງໝົດໃນຄະນະລັດຖະບານເພື່ອວາງບັນດາຫຼັກການຊີ້ນຳວຽກງານ.

ຕອບກັບ