ໄຂລາຍການຮ່ວມກຳລັງແຮງຂອງຂະແໜງທ່ອງທ່ຽວ ຫວຽດນາມ

Chia sẻ
(VOVWORLD) -ເຫດການເພື່ອແນໃສ່ສ້າງເງື່ອນໄຂພົວພັນແລກປ່ຽນ, ພົບປະ, ຊຸກຍູ້ການຮ່ວມມືລະຫວ່າງປະຊາຄົມຜູ້ສະໜອງການບໍລິການທ່ອງທ່ຽວ, ຈຸດນັດພົບ ແລະ ບໍລິສັດທ່ອງທ່ຽວ.
ໄຂລາຍການຮ່ວມກຳລັງແຮງຂອງຂະແໜງທ່ອງທ່ຽວ ຫວຽດນາມ - ảnh 1ພິທີໄຂລາຍການ
(ພາບ: baotintuc.vn)

ຕອນເຊົ້າວັນທີ 08 ສິງຫາ, ລາຍການຮ່ວມກຳລັງແຮງຂອງຂະແໜງທ່ອງທ່ຽວ ຫວຽດນາມ ດ້ວຍຫົວຂໍ້ “ການເຕີບໂຕດ້ານການທ່ອງທ່ຽວສາກົນ, ຟື້ນຟູຂະແໜງທ່ອງທ່ຽວ ຫວຽດນາມ ຢ່າງຮອບດ້ານ” ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ. ເຫດການເພື່ອແນໃສ່ສ້າງເງື່ອນໄຂພົວພັນແລກປ່ຽນ, ພົບປະ, ຊຸກຍູ້ການຮ່ວມມືລະຫວ່າງປະຊາຄົມຜູ້ສະໜອງການບໍລິການທ່ອງທ່ຽວ, ຈຸດນັດພົບ ແລະ ບໍລິສັດທ່ອງທ່ຽວ. ພ້ອມກັນນັ້ນ, ລາຍການໄດ້ອັບເດດຂໍ້ມູນຂະແໜງ ແລະ ຕະຫຼາດເພື່ອໜູນຊ່ວຍວິສາຫະກິດກຳແໜ້ນ, ຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວຢູ່ຫຼາຍຕະຫຼາດ. ທ່ານນາງ ຫງວຽນທິແຄງ, ປະທານສະຫະສະມາຄົມທ່ອງທ່ຽວນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ ຜ່ານລາຍການນີ້, ບັນດາຝ່າຍຈະຂຸດຄົ້ນທ່າແຮງແກ່ງແຍ້ງຢ່າງມີປະສິດທິຜົນກວ່າ, ຈາກນັ້ນສ້າງກຳລັງແຮງສັງລວມໃຫ້ແກ່ຂະແໜງທ່ອງທ່ຽວ, ຍົກສູງກຳລັງຄວາມສາມາດຂອງຂະແໜງທ່ອງທ່ຽວ ຫວຽດນາມ ໃນຕະຫຼາດສພາກພື້ນ ແລະ ສາກົນ; ໂຄສະນາຜະລິດຕະພັນ, ການບໍລິການທ່ອງທ່ຽວໃໝ່ຂອງຫຼາຍທ້ອງຖິ່ນ ແລະ ວິສາຫະກິດໃນທົ່ວປະເທດ.

ຕອບກັບ