ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ບຸນ ຮ​ວາ​ລື 2021 ດ້ວຍ​ຫົວ​ຂໍ້ “ຮ​ວາ​ລື - ກຸງ​ເກົ່າ​ນັບ​ພັນ​ປີ”

Chia sẻ
(VOVWORLD) -ຕອນຄ່ຳວັນທີ 20 ເມສາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ຮວາລື, ຂຶ້ນກັບຕາແສງ ເຈື່ອງອຽນ, ເມືອງຮວາລື ແຂວງ ນິງບິ່ງ ໄດ້ດຳເນີນພິທີໄຂ ປີທ່ອງທ່ຽວແຫ່ງຊາດ - ບຸນຮວາລື 2021 ດ້ວຍຫົວຂໍ້ “ຮວາລື - ກຸງເກົ່ານັບພັນປີ”. 
ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ - ບຸນ ຮ​ວາ​ລື 2021 ດ້ວຍ​ຫົວ​ຂໍ້ “ຮ​ວາ​ລື - ກຸງ​ເກົ່າ​ນັບ​ພັນ​ປີ” - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ ໄຂ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ດ້ວຍການຊີ້ນຳນຳພາຂອງພັກ, ການເຂົ້າຮ່ວມຂອງທັງລະບົບການເມືອງ, ພິເສດແມ່ນການເຂົ້າຮ່ວມຂອງປະຊາຊົນ, ຫວຽດນາມ ໄດ້ ແລະ ກຳລັງຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນແຜນທີ່ທ່ອງທ່ຽວໂລກ. ນິງບິ່ງ ໄດ້ຮັບການເຊີດຊູວ່າ ແມ່ນໜຶ່ງໃນ 50 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນໂລກ (ວາລະສານ  Business Insider, 2018), ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແບບຄົ້ນຫາທີ່ຈັບໃຈທີສຸດ (Hostelworld 2020) ແລະ ພິເສດ ຜ່ານໃນໄລຍະຜ່ານມາ, ນິງບິ່ງ ໄດ້ຮັບການເລືອກເຟັ້ນວ່າ ແມ່ນ “ສະຖານທີ່ທີ່ຮັກແພງແຂກຄົນທີ່ສຸດ” ຕາມ (Traveller Review Awards, booking.com, 2021).

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ປະຊາຊົນ ຈົ່ງພ້ອມກັນປະຕິບັດບັນດາຂໍ້ກຳນົດ, ຄຳແນະນຳຢ່າງເຂັ້ມງວດ ເພື່ອສາມາດດຳລົງຊີວິດຢ່າງປອດໄພ ແລະ ພັດທະນາໃນໄລຍະເກີດໂລກລະບາດໂຄວິດ - 19.

        ພາຍຫຼັງພິທີໄຂ ແມ່ນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ຮວາລື - ພັນປີຍັງກ້ອງກັງວານ” ດ້ວຍການສະແດງຂອງນັກສິລະປິນ ແລະ ປະຊາຊົນປະມານ 500 ຄົນ. 

ຕອບກັບ