ໄຂປີທ່ອງທ່ຽວລາວ 2018 - ຫລວງພະບາງ

Chia sẻ
(VOVWORLD) -   ປີ 2017, ຈຳນວນແຂກທ່ອງທ່ຽວ ມາຢ້ຽມຢາມແຂວງຄາດວ່າ ບັນລຸ 700.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດ 400.000 ຄົນ.
ໄຂປີທ່ອງທ່ຽວລາວ 2018 - ຫລວງພະບາງ - ảnh 1 ພາບປະກອບ

ຕອນເຊົ້າວັນທີ 9 ທັນວາ, ຢູ່ຫຼວງພະບາງ, ທາງພາກເໜືອປະເທດລາວ, ໄດ້ຈັດຕັ້ງພິທີໄຂປີທ່ອງທ່ຽວແຫ່ງຊາດ ລາວ 2018 - ຫຼວງພະບາງ. ນີ້ແມ່ນການເຄື່ອນໄຫວມີຄວາມໝາຍ, ຊາວຫຼວງພະບາງແຕ່ລະຄົນໃນແຂວງມີຄວາມເປັນກຽດ ແລະ ເອກອ້າງທະນົງໃຈເມື່ອໂຄສະນາວັດທະນະທຳ, ຮີດຄອງປະເພນີ ແລະ ວິຖີຊີວິດຂອງຊາວ ຫຼວງພະບາງ ເຖິງແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ແນະນຳບັນດາຜະລິດຕະພັນການທ່ອງທ່ຽວ, ບັນດາທິວທັດທຳມະຊາດພົ້ນເດັ່ນຂອງແຂວງ, ບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳທີ່ມີມາແຕ່ດົນນານອັນໄດ້ ດຶງດູດແຂກທ່ອງທ່ຽວຈາກສາລະທິດ.

        ປີ 2017, ຈຳນວນແຂກທ່ອງທ່ຽວ ມາຢ້ຽມຢາມແຂວງຄາດວ່າ ບັນລຸ 700.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດ 400.000 ຄົນ. ໃນໂອກາດປີໃໝ່ລາວ (ເດືອນເມສາ 2018) ຈະມາເຖິງ, ຈະມີການເຄື່ອນໄຫວຫຼາຍຢ່າງທີ່ອຸດົມສົມບູນເພື່ອສະເຫຼີມສະຫຼອງ ປີທ່ອງທ່ຽວລາວ 2018, ນັ້ນແມ່ນງານປະກວດສຽງເພງພື້ນເມືອງແຂວງ ຫຼວງພະບາງ, ອາຫານການກິນ, ງານວາງສະແດງຜະລິດຕະພັນສິນຄ້າຫັດຖະກຳ, ການສະແດງສິລະປະພື້ນເມືອງ…

 

ຕອບກັບ