ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ວັນບຸນຂອງບັນດາຜູ້ເຮັດວຽກງານກະຈາຍສຽງ

Chia sẻ
(VOVWORLD) -ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 ດຳເນີນໃນວັນທີ 04 – 06 ສິງຫາ.
ໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 - ວັນບຸນຂອງບັນດາຜູ້ເຮັດວຽກງານກະຈາຍສຽງ - ảnh 1(ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັຍ)

ຕອນຄ່ຳວັນທີ 04 ສິງຫາ, ຢູ່ໂຮງລະຄອນໃຫຍ່ ນະຄອນ ໂຮ່ຈີມິນ, ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ວິທະຍຸກະຈາຍສຽງປະຊາຊົນນະຄອນ ໂຮ່ຈີມິນ (VOH) ຈັດພິທີໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 ດ້ວຍຫົວຂໍ້ “ຫັນປ່ຽນຢ່າງມີໄຫວພິບ - ປັບຕົວໃຫ້ເໝືອກວ່າ”.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດ ຫວຽດນາມ ຫງວຽນຈ້ອງເງັຍ, ສະເໜີວ່າ:

        “ວິທະຍຸກະຈາຍສຽງ ຫວຽດນາມ ແລະ ຂະແໜງກະຈາຍສຽງ ຫວຽດນາມ ຄວນສືບຕໍ່ປ່ຽນແປງໃໝ່ຈິນຕະນາການ, ຊອກຮູ້, ມີຫົວຄິດປະດິດສ້າງ, ມີວິທີເຮັດໃໝ່ເພື່ອຫັນປ່ຽນຢ່າງມີໄຫວພິບ, ຮັບມືກັບວິທີເຮັດຂ່າວໃນໄລຍະໃໝ່ ແລະ ຍົກສູງບົດບາດຂອງກະຈາຍສຽງ ຫວຽດນາມ ໃນໄລຍະໃໝ່ກວ່າອີກ. ສ່ອງແສງຄຳເຫັນ, ຕີລາຄາຂອງບັນດານັກວິທະຍາສາດ, ນັກຊ່ຽວຊານ, ປະຊາຊົນ ແລະ ວິສາຫະກິດຕໍ່ພັກ ແລະ ລັດໃຫ້ທັນການ, ກາຍເປັນຊ່ອງຂໍ້ມູນຂ່າວສານທີ່ມີຜົນປະໂຫຍດ ຊ່ວຍເພີ່ມທະວີການນຳພາຂອງ ພັກ, ການບໍລິຫານຂອງລັດ ແລະ ຄຸ້ມຄອງຂອງລັດ ໃນທຸກດ້ານຂອງຊີວິດສັງຄົມກວ່າອີກ”.

        ງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 15 ປີ 2022 ດຳເນີນໃນວັນທີ 04 – 06 ສິງຫາ. ນີ້ແມ່ນເທື່ອທີ 2 ທີ່ນະຄອນ ໂຮ່ຈີມິນ ເປັນເຈົ້າພາບຈັດວັນບຸນຂອງບັນດາຜູ້ເຮັດວຽກງານກະຈາຍສຽງ.

ຕອບກັບ