ໄຂງານບຸນດອກສ້ຽວປ່າ ດ້ຽນບຽນ ປີ 2017

Chia sẻ
(vovworld) - ​ ງານ​ບຸນ​ດອກ​ສ້ຽວ​ປ່າ​ປີ 2017 ​ແລະ ວັນ​ບຸນ​ວັດທະນະທຳ, ກິ​ລາ, ທ່ອງ​ທ່ຽວ​ແຂວງ ດຽນບຽນ ຄັ້ງ​ທີ 5 ຖືກ​ໄຂ​ຂຶ້ນ​
ໄຂງານບຸນດອກສ້ຽວປ່າ ດ້ຽນບຽນ ປີ 2017 - ảnh 1
ງານ​ບຸນ​ດອກ​ສ້ຽວ​ປ່າ​ປີ 2017 ​ແລະ ວັນ​ບຸນ​ວັດທະນະທຳ,
ກິ​ລາ, ທ່ອງ​ທ່ຽວ​ແຂວງ ດຽນບຽນ ຄັ້ງ​ທີ 5 


(vovworld) - ​ ງານ​ບຸນ​ດອກ​ສ້ຽວ​ປ່າ​ປີ 2017 ​ແລະ ວັນ​ບຸນ​ວັດທະນະທຳ, ກິ​ລາ, ທ່ອງ​ທ່ຽວ​ແຂວງ ດຽນບຽນ ຄັ້ງ​ທີ 5 ຖືກ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​​ໃນ​ຕອນ​ຄ່ຳ​ວັນ​ທີ 12/03 ຢູ່​ນະຄອນ ດ້ຽນບຽນ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​​ເງິນ ຕາງ​ໜ້າການ​ນຳ​ບັນດາ​ກະຊວງ, ຂະ​ແໜງການ, ບັນດາ​ແຂວງ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ເຂົ້າ​ຮ່ວມ​ງານ​ບຸນ. ກ່າວ​ຄ​ຳ​ເຫັນ​ພິທີ​ໄຂ, ທ່ານ ​ມົ່ວອາ​ເຊີນ ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂ​ວງ ດ້ຽນບຽນ ຊີ້​ແຈ້ງວ່າ:

        “ງານ​ບຸນ​ດອກ​ສ້ຽວ​ປ່າ ​​​ໂດຍແຂວງ ດ້ຽນບຽນ ຈັດ​ຕັ້ງ​​ໃນ​ເດືອນ 3 ປະຈຳ​ປີ, ​ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ບັ້ນ​ຮົບ ດ້ຽນບຽນ​ຝູ, ​​ເຊິ່ງແມ່ນຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດ​ແຫ່ງ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໂດຍຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ງານ​ບຸນ ​ເພື່ອ​ແນ​ໃສ່​ເຊີດ​ຊູ, ອະນຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ວັດທະນະທຳ. ຈາກ​ນັ້ນ ​ແນະນຳ​ຮູບ​ພາບ​ມະນຸດ, ​ເຂດ​ດິນ​ແດນ ດຽນບຽນ​ຝູ ​ເຖິງ​ເພື່ອນ​ມິດ ​ແລະ ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ເປັນຈຳນວນ​ຫລວງຫລາຍ ​​ເພື່ອ​ຊຸກຍູ້​ການທ່ອງທ່ຽວ ດ້ຽນບຽນ ​ໃຫ້ພັດທະນາ​​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່​ມ ຊ້ອນ, ທ່າ​ແຮງ​ຂອງ​ແຂວງ”.

        ​ໃນ​ຂອບ​ເຂດ​ງານ​ບຸນ ທີ່​ດຳ​ເນີນ​ແຕ່​ວັນ​ທີ 12 – 14/3 ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ດຶງ​ດູດຫລາຍ​ຢ່າງຄື: ງານ​ວາງສະ​ແດງປື້​ມ​ພາບທີ່​ສວຍ​ງາມ ​ແລະ ຂອງຂວັນ​ທ່ອງ​ທ່ຽວ; ງານ​ວາງສະ​ແດງ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ; ງານ​ມະ​ໂຫລານ​ເຕັ້ນ​ລຳ; ງານ​ປະ​ກວດ (ສາວ​ງາມ​ດອກ​ສ້ຽວ​ປ່າ) ຄັ້ງ​ທີ່ 1.


ຕອບກັບ