ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຄັ້ງທີ IX

Chia sẻ
(VOVWORLD) -ໜ້າທີ່ສໍາຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນເຕົ້າໂຮມ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ.
ໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຄັ້ງທີ IX - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີໄຂກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດຫວຽດນາມຄັ້ງທີ IX (ພາບ: TTXVN)

        ຕອນເຊົ້າວັນທີ 19 ກັນຍາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມຄັ້ງທີ IX ດ້ວຍຫົວຂໍ້ວ່າ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃຫມ່ - ພັດທະນາ” ໄດ້ໄຂຂຶ້ນຢ່າງສົມກຽດຢູ່ຮ່າໂນ້ຍ. ເຂົ້າຮ່ວມພິທີໄຂມີທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ , ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ບັນດານັກປະຕິວັດຜູ້ອາວຸໂສ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ທຸຕານຸທູດ ແລະ ຜູ້ແທນເກືອບ 1 ພັນຄົນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມໃຫ້ຮູ້ວ່າ ກອງປະຊຸມໃຫຍ່ມີຄວາມໝາຍສຳຄັນທີ່ສຸດ, ມີໜ້າທີ່ຕີລາຄາຢ່າງຮອບດ້ານກ່ຽບກັບສະພາບການຂອງມະຫາສາມັກຄີທົ່ວປວງຊົນທັງຊາດ, ໝາກຜົນຂອງການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງ ທີ VIII, ອາຍຸການ 2014 – 2019, ຖອດຖອນບັນດາບົດຮຽນຕົວຈິງ ຢ່າງເລິກເລິ່ງ, ວາງອອກບັນດາລາຍການປະຕິບັດຢ່າງແທດຈິງ, ມີປະສິດທິຜົນໃນອາຍຸການໃຫມ່ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການປ່ຽນແປງໃຫມ່ໃນການສ້າງສາ ແລະ ພັດທະນາປະເທດຊາດ. ກອງປະຊຸມໃຫຍ່ຈະຮັບຮອງເອົາກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມສະບັບປັບປຸງ ແລະ ເພີ່ມເຕີມ, ກອງປະຊຸມປຶກສາຫາລືເລືອກຕັ້ງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ IX (2019 - 2024).

        ທີ່ພິທີໄຂ, ໂດຍຕາງໜ້າໃຫ້ແກ່ກົມການເມືອງ, ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເວົ້າເຖິງແນວຄິດມະຫາສາມັກຄີທົ່ວປວງຊົນທັງຊາດຂອງປະທານໂຮ່ຈີມິນ, ເຊິ່ງເປັນຜູ້ທີ່ສ້າງຕັ້ງແນວໂຮມປະເທດເອກະພາບແຫ່ງຊາດ ຫວຽດນາມ. ທ່ານກ່າວວ່າ:

        ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ແນວໂຮມປະເທດຊາດສືບຕໍ່ເໝາະສົມກັບບົດບາດເປັນສຳພັນທະມິດການເມືອງ, ສະຫະພັນສະໝັກໃຈ, ເປັນພື້ນຖານດ້ານການເມືອງຂອງອຳນາດການປົກຄອງປະຊາຊົນ, ເປັນຕົວແທນ, ປົກປ້ອງສິດແລະ ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງປະຊາຊົນ, ເປັນອົງການຫຼັກແຫຼ່ງແກ່ນສານໃນລະບົບການເມືອງຢູ່ ຫວຽດນາມ.

 ໃນສະພາບການໃໝ່, ດ້ວຍບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໃໝ່ ໄດ້ກໍ່ຄວາມສ່ຽງເກີດຄວາມຂາດສະຖຽນລະພາບ ແລະ ສົ່ງຜົນກະທົບເຖິງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ໜ້າທີ່ສໍາຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນເຕົ້າໂຮມ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເປັນປຶກແຜ່ນແໜ້ນໜາ. ທ່ານກ່າວວ່າ:

        “ແນວໂຮມປະເທດຊາດຕ້ອງປະຕິບັດວຽກງານໂຄສະນາ, ສຶກສາມູນເຊື້ອກ່ຽວກັບນໍ້າໃຈຮັກຊາດໃຫ້ເປັນຢ່າງດີ ແລະ ເປັນປະຈໍາ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ຮັບປະກັນຄວາມເຫັນດີເປັນເອກະພາບສູງທາງດ້ານແນວຄິດ ແລະ ການກະທໍາ, ສູ້ຊົນຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໃຫ້ມີປະສິດທິຜົນ. ແນວໂຮມຕ້ອງຂົນຂວາຍປະຊາຊົນທຸກຊັ້ນຄົນປັບປຸງ ແລະ ເພີ່ມທະວີການສ້າງກຸ່ມສໍາພັນທະມິດລະຫວ່າງກໍາມະກອນ - ກະສິກອນ - ປັນຍາຊົນ, ເພື່ອເປັນພື້ນຖານໃຫ້ແກ່ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ”.

        ໄປຄຽງຄູ່ກັນນັ້ນ, ແນວໂຮມຕ້ອງສົມທົບກັບອໍານາດການປົກຄອງທຸກຂັ້ນ ແລະ ບັນດາອົງການຈັດຕັ້ງສະມາຊິກ ຜັນຂະຫຍາຍບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດໃຫ້ເລິກເຊິ່ງກວ້າງຂວາງ. ເປັນເຈົ້າການສົມທົບກັບອໍານາດການປົກຄອງແກ້ໄຂບັນດາບັນຫາສັງຄົມທີ່ຮ້ອນເຮັ່ງຢູ່ຂັ້ນຮາກຖານໃຫ້ມີປະສິດທິຜົນ, ປະກອບສ່ວນຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ປະຕິບັບົດບາດເປັນປະທານກອງປະຊຸມປຶກສາຫາລື, ການຈັດແບ່ງໜ້າທີ່ຮັບຜິດຊອບ, ສົມທົບກັບບັນດາອົງການຈັດຕັ້ງສະມາຊິກໃນການປະຕິບັດການຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມໃຫ້ເປັນຢ່າງດີ.

ຕອບກັບ