ໄຂກອງປະຊຸມສຸດຍອດ G20

Chia sẻ
(vovworld)-​​​​ ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົນ​ເດັ່ນ​ຂຶ້ນ​ໃນ​ໂລກ (G20) ​ໄດ້​ໄຂ​ຂຶ້ນ​ໃນວັນ​ທີ 5/9, ​ຢູ່​ນະຄອນ St.Petesburg ...

ໄຂກອງປະຊຸມສຸດຍອດ G20 - ảnh 1

(ພາບປະກອບ: dantri.com.vn)

(vovworld)-​​​​ ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົນ​ເດັ່ນ​ຂຶ້ນ​ໃນ​ໂລກ (G20) ​ໄດ້​ໄຂ​ຂຶ້ນ​ໃນວັນ​ທີ 5/9, ​ຢູ່​ນະຄອນ St.Petesburg ຂອງ​ສະຫະພັນ​ລັດ​ເຊຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ 34 ປະ​ເທດ ​ແລະ ບັນດາ​ອົງການ​ຈັດຕັ້ງ​ໃນ​ໂລກ. ນີ້​ແມ່ນ​ການ​ພົບ​ປະຄັ້ງທີ 8 ຂອງ​ການ​ນຳກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົນ​ເດັ່ນ​ຂຶ້ນ ດ້ວຍຫົວ​ເລື່ອງ​ ຈຸດ​ສຸມ​ແມ່ນເນື້ອ​ໃນ​ເສດຖະກິດ. ​ໃນ​ເວລາ​ທຳ​ອິດ, ກອງ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ເສດຖະກິດ​ໃນ​ໂລກ; ການ​ພັດທະນາ​ແບບ​ຍືນ​ຍົງ, ຕ້ານ​ໄພ​ຫວ່າງ​ງານ, ສໍ້​ລາດ​ບັງ​ຫຼວງ…​ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ V.Putin ສະ​ແດງ​ຄວາມ​ຫວັງ​ວ່າ ບັນດາ​ການ​ນຳ G20 ຈະມີ​ການ​ໂອ້​ລົມ​ສົນທະນາ​ທີ່​ມີ​ລັກສະນະ​ສ້າງສັນ ​ແລະ ຢືນຢັນ​ວ່າ: ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຈະ​ແມ່ນ​ບັນດາການ​ປຶກສາ​ຫາລື​ທີ່​ຕັ້ງໜ້າ ​ແລະ ບັນດາ​ເອກະສານ​ໄດ້​ຮັບ​ການ​ຮຽບຮຽງ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ລ່ວງ​ໜ້າ​ຈະ​ຖືກ​ຮັບຮອງ​ເອົາ.