ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54

Chia sẻ
(VOVWORLD) -ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ອາເມລິກາ, ຈີນ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ... ແມ່ນການເຄື່ອນໄຫວປະຈຳປີສຳຄັນທີ່ສຸດຂັ້ນລັດຖະມົນຕີຂອງ ອາຊຽນ, ໂດຍໄດ້ຮັບການຈັດຕັ້ງທາງອອນລາຍໃນ ລະຫວ່າງ ວັນທີ 2 – 6 ສິງຫາ.
ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 54 - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ
(ພາບ: TTXVN)

ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງໃນວັນທີ 2 ສິງຫາ. ບັນດາກອງປະຊຸມໄດ້ຮັບການຈັດຕັ້ງຕາມຮູບການທາງອອນລາຍດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ການທູດຂັ້ນສູງອາຊຽນ ຫຼາຍທ່ານ ແລະ ບັນດາຄູ່ຮ່ວມມື. ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ໂດຍ ບຣູໄນ ເປັນປະທານ ອາຊຽນ 2021 ເປັນເຈົ້າພາບຈັດຕັ້ງ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາກອງປະຊຸມ.

ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 54 ແລະ ບັນດາກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ແລະ ບັນດາຄູ່ຮ່ວມມືຄື: ອາເມລິກາ, ຈີນ, ລັດເຊຍ, ສ.ເກົາຫຼີ, ຍີ່ປຸ່ນ... ແມ່ນການເຄື່ອນໄຫວປະຈຳປີສຳຄັນທີ່ສຸດຂັ້ນລັດຖະມົນຕີຂອງ ອາຊຽນ, ໂດຍໄດ້ຮັບການຈັດຕັ້ງທາງອອນລາຍໃນ ລະຫວ່າງ ວັນທີ 2 – 6 ສິງຫາ.

ທີ່ກອງປະຊຸມຄັ້ງນີ້, ບັນດາ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ປຶກສາຫາລືຫຼາຍບັນຫາໃນພາກພື້ນ ແລະ ໂລກ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນໄດ້ສຸມໃສ່ເຂົ້າການສ້າງປະຊາຄົມ ອາຊຽນ, ມານະພະຍາຍາມຮັບມືກັບໂລກລະບາດໂຄວິດ - 19, ແກ້ໄຂບັນຫາດ້ານການເມືອງ ຢູ່ມຽນມາ, ບັນຫາທະເລຕາເວັນອອກ...

ຕອບກັບ