ໄຂກອງ​ປະ​ຊຸມ​ຄັ້ງ​ທີ 38 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ທີ່ຫໍສະພາແຫ່ງຊາດ, ໄດ້ໄຂກອງປະຊຸມຄັ້ງທີ 38 ຂອງ ຄະນະປະຈຳສະພາແຫ່ງຊາດເຊິ່ງຈະດຳເນີນໃນລະຫວ່າງວັນທີ 14 – 17 ຕຸລາ, ດ້ວຍເນື້ອໃນສຳຄັນຫຼາຍຢ່າງທີ່ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃຫ້ສົມບູນແບບເພື່ອນຳເອົາເຂົ້າລາຍການກອງປະຊຸມສະໄໝສາມັນຄັ້ງທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຊຶ່ງຈະດຳເນີນໃນວັນທີ 21 ຕຸລາຈະມາເຖິງ.
ໄຂກອງ​ປະ​ຊຸມ​ຄັ້ງ​ທີ 38 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ - ảnh 1ພິທີໄຂ ກອງປະຊຸມຄັ້ງທີ 38 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: VGP)

ກ່ຽວກັບວຽກງານກໍ່ສ້າງກົດໝາຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນກ່ຽວກັບ ຮ່າງກົດໝາຍ 3 ສະບັບ ລວມມີ: ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການລົງທຶນ (ສະບັບປັບປຸງ), ກົດໝາຍ ສະບັບປັບປຸງ, ເພີ່ມເຕີມ ມາດຕາ 3 ໃນກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ.

        ກ່ຽວກັບວຽກງານຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບ ບົດລາຍງານສັງລວມຄຳເຫັນ, ຂໍ້ສະເໜີແນະຂອງ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນທີ່ສົ່ງເຖິງກອງປະຊຸມຄັ້ງທີ 8 ຂອງສະພາແຫ່ງຊາດຊຸດທີ 14, ລາຍງານໝາກຜົນຂອງການຕິດຕາມກວດກາ ກ່ຽວກັບການແກ້ໄຂ, ຕອບຂໍ້ສະເໜີຂອງຜູ້ສິດເລືອກຕັ້ງທີ່ສົ່ງເຖິງກອງປະຊຸມຄັ້ງທີ 7 ຂອງສະພາແຫ່ງຊາດ, ລາຍງານຜົນງານໃນການຮັບໃຊ້ປະຊາຊົນ, ຮັບ - ແກ້ໃບີຄຳຮ້ອງ ຂອງປະຊາຊົນ ແລະ ໝາກຜົນຂອງການຕິດຕາມກວດກາ ກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງຮ້ອງທຸກ ຂອງ ປະຊາຊົນທີ່ສົ່ງເຖິງສະພາແຫ່ງຊາດ ປີ 2019.

        ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ກ່ຽວກັບບົດລາຍງານຕີລາຄາຜົນງານຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2019. ແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແບບວິທີການຈັດແບ່ງງົບປະມານສູນກາງປີ 2020.

ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນກ່ຽວກັບບົດລາຍງານສະພາບເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ; ບົດລາຍງານ ຄົ້ນຄວ້າຄວາມເປັນໄປໄດ້ກ່ຽວກັບໂຄງການກໍ່ສ້າງສະໜາມບິນລອງແທ່ງ ໄລຍະ 1;  ການປະຕິບັດ ແລະ ຂໍ້ສະເໜີນໍາໃຊ້ທຶນພັນທະບັດລັດຖະບານ ໄດ້ມີການຫັນປ່ຽນ ເພື່ອປະຕິບັດກິດຈະກໍາຍ່ອຍເພີ່ມເຕີມຂອງບາງໂຄງການ.

        ພ້ອມກັນນັ້ນ, ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນໃສ່ມະຕິວ່າດ້ວຍການໃຫ້ສັດຕະຍາບັນ ສົນທິສັນຍາປັບປຸງເພີ່ມເຕີມສົນທິສັນຍາກໍານົດເສັ້ນຊາຍແດນແຫ່ງຊາດ ປີ 1985 ແລະ ສົນທິສັນຍາສະບັບປັບປຸງປີ 2005 ລະຫວ່າງຫວຽດນາມ - ກໍາປູເຈຍ; ອະນຸສັນຍາຂີດຂັ້ນ, ປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ ແລະ ກໍາປູເຈຍ; ບັນດາບົດລາຍການກ່ຽວກັບຄໍາເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ວຽກງານກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

        ແລະກໍໃນວັນດຽວກັນ, ຄະນະປະຈໍາສະພາແຫ່ງຊາດ ກໍປະກອບຄໍາເຫັນໃສ່ຮ່າງບົດລາຍງານສັງລວມຄໍາເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ຂອງຄະນະປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ; ບົດລາຍງານໝາກຜົນການຕິດຕາມກວດກາ ການແກ້ໄຂ, ຕອບຄໍາສະເໜີແນະຂອງຜູ້ມີສິດເລືອກຕັ້ງໃນກອງປະຊຸມສະໄໝສາມັນເທື່ອທີ 7; ບົດລາຍງານໝາກຜົນການຕິດຕາມກວດກາການແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງ ທີ່ສົ່ງເຖິງສະພາແຫ່ງຊາດ ແລະ ປະກອບຄໍາເຫັນກ່ຽວກັບບາງເນື້ອໃນໃນຂົງເຂດການເງິນ, ງົບປະມານ. 

ຕອບກັບ