ໃບຢັ້ງຢືນຕົ້ນກຳເນີດສິນຄ້າທາງເອເລັກໂຕນິກອາດຈະແມ່ນຂໍ້ກຸນແຈຊຸກຍູ້ການຄ້າລະຫວ່າງ ຫວຽດນາມ-ອິນເດຍ

Chia sẻ
(VOVWORLD) -ໃນສະພາບການໂລກລະບາດໂຄວິດ-19ເຮັດໃຫ້ການພົວພັນແລກປ່ຽນການຄ້າຖືກຕັດຕອນໃນທົ່ວໂລກນັ້ນ, ໃບຢັ້ງຢືນຕົ້ນກຳເນີດສິນຄ້າທາງເອເລັກໂຕນິກ (E-CO) ຈະແມ່ນກຳລັງໝູນເພື່ອໃຫ້ ຫວຽດນາມ ແລະ ອິນເດຍ ມຸ່ງໄປສູ່ຄາດໝາຍວົງເງິນການຄ້າສອງສົ້ນບັນລຸ 15 ຕື້ USD  ເຊິ່ງການນຳຂອງສອງປະເທດໄດ້ວາງອອກ.

ໃບຢັ້ງຢືນຕົ້ນກຳເນີດສິນຄ້າທາງເອເລັກໂຕນິກອາດຈະແມ່ນຂໍ້ກຸນແຈຊຸກຍູ້ການຄ້າລະຫວ່າງ ຫວຽດນາມ-ອິນເດຍ - ảnh 1ກອງປະຊຸມສຳມະນາການເຊື່ອມຕໍ່ວິສາຫະກິດທາງອອນລາຍລະຫວ່າງ ຫວຽດນາມ-ອິນເດຍ 

ທີ່ກອງປະຊຸມສຳມະນາການເຊື່ອມຕໍ່ວິສາຫະກິດທາງອອນລາຍລະຫວ່າງ ຫວຽດນາມ-ອິນເດຍ ໃນມໍ່ໆມານີ້, ທ່ານ ຟ້າມແຊງເຈົາ  ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ: ການສະເໜີພິຈາລະນາຍອມຮັບໃບຢັ້ງຢືນຕົ້ນກຳເນີດສິນຄ້າທາງເອເລັກໂຕນິກໄດ້ອອກໃຫ້ໂດຍຜ່ານປະຕູຖານຂໍ້ມູນເອເລັກໂຕນິກຂອງ ອິເດຍ (ECO) ເຊິ່ງລັດຖະບານ ອິນເດຍ ໄດ້ສົ່ງໃຫ້ບັນດາປະເທດ ອາຊຽນ ໃນວັນທີ 27 ເມສາ. ຫຼັງຈາກນັ້ນ, ຫວຽດນາມ, ດ້ວຍບົດບາດເປັນປະທານ ອາຊຽນໃນປີ 2020, ກໍ່ໄດ້ແລກປ່ຽນກັບບັນດາປະເທດ ອາຊຽນ ກ່ຽວກັບບັນຫານີ້ ແລະ ຖືວ່າ ຂໍ້ສະເໜີຂອງ ອິນເດຍ ກໍ່ເໝາະສົມກັບຜົນປະໂຫຍດຂອງບັນດາບຸລິມະສິດດ້ານພາສີອາກອນຕາມສັນຍາການຄ້າເສລີ ອາຊຽນ - ອິນເດຍ (AIFTA).

ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ມີບົດລາຍງານສົ່ງເຖິງຫ້ອງວ່າການລັດຖະບານ ຫວຽດນາມ ແລະ ບັນດາກະຊວງທີ່ກ່ຽວຂ້ອງຄືກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ, ກະຊວງການຕ່າງປະເທດ…ສະເໜີບັນດາກະຊວງ, ຂະແໜງການດ້ວຍພາລະບົດບາດ ແລະ ໜ້າທີ່ທີ່ໄດ້ມອບໝາຍຈົ່ງພິຈາລະນາ ແລະ ຮັບຮູ້ຂໍ້ສະເໜີແນະຈາກຝ່າຍ ອິນເດຍ ໂດຍໄວ. ຖ້າຫາກໄດ້ຮັບການເຫັນດີເຫັນພ້ອມຮັບຮອງເອົາ    , ນີ້ຈະໄດ້ຮັບຖືແມ່ນກ້າວທີ່ສຳຄັນໃນການເຄື່ອນໄຫວການພົວພັນແລກປ່ຽນການຄ້າລະຫວ່າງ ອາຊຽນ ແລະ ອິນເດຍ ເວົ້າລວມ ແລະ ຫວຽດນາມ-ອິນເດຍ ເວົ້າສະເພາະ.

ນັກຂ່າວ VOV ປະຈຳ ອິເດຍ

ຕອບກັບ