ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ ຫຼາຍກ່ວາ10.000 ຄົນ

Chia sẻ
(VOVWORLD) -ວັນທີ 26 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 10.011  ຄົນ ຢູ່ 35 ແຂວງ ແລະ ນະຄອນ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ ຫຼາຍກ່ວາ10.000 ຄົນ - ảnh 1ພາບປະກອບ

    ນັບແຕ່ເວລາ 17 ໂມງ ຂອງວັນທີ 25 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 26 ກັນຍາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 10.011  ຄົນ ຢູ່ 35 ແຂວງ ແລະ ນະຄອນ. ສະເພາະນະຄອນໂຮ່ຈິມິນມີ 5.121  ກໍລະນີ, ບີງເຢືອງ 3.332 ກໍລະນີ,      ໃນວັນທີ 26 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 11.477 ຄົນ ອັນໄດ້ຍົກ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີຂຶ້ນເປັນ 527.926 ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 184  ຄົນ. ອັນໄດ້ຍົກຍອດຈຳນວນຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ຂຶ້ນເປັນ 18.584 ຄົນ

     ເປັນອັນວ່າ ໄລຮອດວັນທີ 26 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 756.689   ຄົນ ຢືນອັນດັບ154/222 ປະເທດ ແລະເຂດແຄ້ວນໃນໂລກ

        ປະຈຸບັນຢູ່ຫວຽດນາມ,  ຍອດຈຳນວນວັກຊິນທີ່ໄດ້ສັກແມ່ນ ເກືອບ 38.367.246 ໂດສ, ໃນນັ້ນເຂັມທີ 1 ແມ່ນ 30.420.963 ໂດສ.

ຕອບກັບ