ໂລກ​ລະ​ບາດ​ໂຄວິດ - 19 ຜັນ​ແປ​ຢ່າງ​ສັບ​ສົນ. ຢາ Avifavir ຂອງ ລັດ​ເຊຍ ໄດ້​ຮັບ​ໃບ​ສັ່ງ​ຊື້​ຈາກຫຼາຍກວ່າ 50 ປະ​ເທດ​ໃນ​ໂລກ

Chia sẻ
(VOVWORLD) - ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 12 ກໍລະກົດ, ທົ່ວໂລກໄດ້ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ ຫຼາຍກວ່າ 12,8 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 560.000 ຄົນເສຍຊີວິດ.

       ອາເມລິກາ ແມ່ນປະເທດທີ່ເປັນໜ້າເປັນຫ່ວງກັງວົນຕໍ່ໂລກລະບາດໂຄວິດ - 19 ທີ່ສຸດ ຂະນະທີ່ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ໄດ້ມີຜູ້ຕິດເຊື້ອໃໝ່ຕື່ມອີກ 66.000 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ຂຶ້ນເຖິງ 3,2 ລ້ານຄົນ. ຖັດຈາກ ອາເມລິກາ ແມ່ນ ບຣາຊີນ, ອິນເດຍ ແລະ ລັດເຊຍ.

        ໃນສະພາບການໂລກລະບາດຍັງບໍ່ທັນມີສັນຍານຫຼຸດຜ່ອນລົງ, ວັນທີ 12 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ເປັນຄັ້ງທຳອິດໄດ້ປະກົດຕົວຕໍ່ໜ້າມວນຊົນດ້ວຍການໃສ່ຜ້າອັດປາກ - ດັງ ໃນການລົງໄປຢ້ຽມຢາມໂຮງໝໍເສນາຮັກ Walter Reed ຢູ່ຊານນະຄອນຫຼວງວໍຊີງຕັນ ເພື່ອພົບປະກັບບັນດາທະຫານຜ່ານເສິກ ທີ່ພວມປິ່ນປົວຢູ່ທີ່ນີ້. ກ່າວຄຳເຫັນເມື່ອອອກຈາກທຳນຽບຂາວ, ທ່ານ Donald Trump  ຖືວ່າ ການໃສ່ຜ້າອັດປາກ - ດັງ ແມ່ນວິທີດີທີ່ສຸດ ແລະ ເໝາະສົມທີ່ສຸດ.

ກ່ຽວຂ້ອງເຖິງ ໂລກລະບາດໂຄວິດ - 19 ຍັງມີຂ່າວໃຫ້ຮູ້ວ່າ ວັນທີ 11 ກໍລະກົດ, ທ່ານ Kirill Dmitriev ຜູ້ອຳນວຍການບໍລິຫານກອງທຶນລັດເຊຍ (RDIF) ໃຫ້ຮູ້ວ່າ ຢາ Avifavir ປິ່ນປົວໂຄວິດ - 19 ໂດຍລັດເຊຍ ຜະລິດ ໄດ້ຮັບໃບສັ່ງຊື້ຈາກຫຼາຍກວ່າ 50 ປະເທດໃນໂລກ. ບຣາຊິນ ແລະ ບັນດາປະເທດ ອາເມລິກາ ລາຕິນອື່ນໆ ທີ່ມີອັດຕາຜູ້ຕິດເຊື້ອສູງ ຈະແມ່ນບັນດາປະເທດຮັບບຸລິມະສິດ. ຢາ Avifavir ແມ່ນຢາປິ່ນປົວພະຍາດໂຄວິດ - 19 ປະເພດທຳອິດຂອງ ລັດເຊຍ ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຂອງລັດເຊຍ ໃນທ້າຍເດືອນພຶດສະພາທີ່ຜ່ານມາ.


ຕອບກັບ