ໂລກລະບາດ Covid-19: ເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍການເຄື່ອນໄຫວແທດຈິງຫລາຍຢ່າງ

Chia sẻ
(VOVWORLD) - ໃນຊຸມວັນມານີ້, ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ ຫວຽດນາມ ພວມເພີ່ມທະວີວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ດ້ວຍການເຄື່ອນໄຫວແທດຈິງຫລາຍຢ່າງ.

ສະຫະພັນແມ່ຍິງແຂວງ ດົ່ງທ໊າບ ໄດ້ປຸກລະດົມໃຫ້ແມ່ຍິງຢູ່ບັນດາເມືອງ, ເທດສະບານເມືອງ, ນະຄອນໃນແຂວງ ຫຍິບ ແລະ ແຈກຢາຍຜ້າອັດປາກໂດຍບໍ່ເສຍຄ່າ. ມາຮອດປັດຈຸບັນ, ທົ່ວແຂວງ ມີແມ່ຍິງ 1700 ຄົນ ໄດ້ເຂົ້າຮ່ວມການ ຫຍິບຜ້າອັດປາກ-ອັດດັງ ແລະ ແຈກຢາຍ ໂດຍບໍ່ເສຍຄ່າ 150.000 ອັນໃຫ້ປະຊາຊົນ, ບັນດາກຳລັງທີ່ປະຕິບັດໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດ.

        ວັນທີ 26 ມີນາ, ຄະນະຊາວໜຸ່ມແຂວງ ຫວີງລອງ ໄດ້ຈັດຕັ້ງການປຸກລະດົມສະມາຊິກຊາວໜຸ່ມ, ຊາວໜຸ່ມ ສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19.

        ແລະກໍ່ໃນວັນທີ 26 ມີນາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ບາກລຽວ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ບາກລຽວ ຈັດຕັ້ງກອງປະຊຸມອອນລາຍກັບບັນດາເມືອງ, ເທດສະບານເມືອງ, ນະຄອນໃນແຂວງ ປຸກລະດົມທົ່ວປວງຊົນ ສະໜັບສະໜູນການປ້ອງກັນ, ສະກັດກັ້ນໂລກລະບາດ.

ຕອບກັບ