ໂລກລະບາດ Covid – 19: ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ກ່ວາ 2 ລ້ານຄົນ

Chia sẻ
(VOVWORLD) -ຕາມຕົວເລກຂອງ ມະຫາວິທະຍາໄລ Johns Hopkins (ອາເມລິກາ)ແລ້ວ, ໄລ່ຮອດເວລາ 7 ໂມງ 30 ນາທີ ວັນທີ 14 ເມສາ (ຕາມເວລາ ຫວຽດນາມ), ຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໄດ້ກາຍຈຳນວນ 2 ລ້ານຄົນແລ້ວ. ທົ່ວໂລກໄດ້ຢັ້ງຢືນ ມີຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 2.019.320 ຄົນ ໃນນັ້ນມີຜູ້ເສຍຊີວິດ 119.483 ຄົນ. ອາເມລິກາ ສືບຕໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອພະຍາດ ແລະ ເສຍຊີວິດຍ້ອນໂລກລະບາດ Covid – 19 ສູງທີ່ສຸດໃນໂລກ.
ໂລກລະບາດ Covid – 19: ໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ກ່ວາ 2 ລ້ານຄົນ - ảnh 1 (ພາບປະກອບ: REUTERS)

ເອີລົບແມ່ນພາກພື້ນຖືກຜົນກະທົບຢ່າງໜັກໜ່ວງທີ 2 ໃນໂລກ. ແອດສະປາຍແມ່ນປະເທດມີຈຳນວນຜູ້ຕິດເຊື້ອ Covid – 19 ສູງທີ 2 ໃນໂລກເມື່ອຢັ້ງຢືນມີຜູ້ຕິດເຊື້ອ 169.628 ຄົນ, ໃນນັ້ນມີ ກ່ວາ 17.628 ຄົນເສຍຊີວິດ. ອີຕາລີປະກາດວ່າ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 3.153 ຄົນ ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ/ເປັນ 159.516 ຄົນ, ໃນນັ້ນມີ ຜູ້ເສຍຊີວິດແມ່ນ 20.465 ຄົນ. ຢູ່ຝລັ່ງ ໂລກລະບາດໄດ້ເຮັດໃຫ້ 14.967 ຄົນເສຍຊີວິດ ໃນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 136.779 ຄົນ.

ໃນສະພາບການຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຍ້ອນເຊື້ອພະຍາດ Covid – 19 ສືບຕໍ່ເພີ່ມຂຶ້ນ, ຫຼາຍປະເທດໃນໂລກໄດ້ສືບຕໍ່ຜັນຂະຫຍາຍຫຼາຍມາດຕະການສະກັດກັ້ນການແຜ່ລະບາດຂອງໂລກລະບາດ. ຢູ່ຍີ່ປຸ່ນ, ທ່ານ Tanimoto Masanori ເຈົ້າແຂວງ Ishikawa ໄດ້ມີຄຳສັ່ງປະກາດສະພາວະສຸກເສີນ ຍ້ອນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ແຂວງດັ່ງກ່າວ ເພີ່ມຂຶ້ນຢ່າງສູງໃນຊຸມວັນມໍ່ໆມານີ້.

ເພື່ອແນໃສ່ຊ່ວຍເຫຼືອບັນດາປະເທດຫຼຸດຜ່ອນໜີ້ສິນ ແລະ ຮັບມືກັບຜົນກະທົບຂອງໂລກລະບາດ Covid – 19 ໃຫ້ດີກວ່ານັ້ນ, ກອງທຶນເງິນຕາສາກົນ (IMF) ປະກາດວ່າ ຈະສະໜອງບັນດາບ້ວງເງິນໜູນຊ່ວຍໃຫ້ແກ່ 25 ປະເທດທີ່ປະສົບຄວາມທຸກຍາກກ່ວາໝູ່ໃນໂລກ ແລະ ມີຄວາມສ່ຽງສູງກ່ວາໝູ່, ໃນນັ້ນສ່ວນຫຼາຍແມ່ນບັນດາປະເທດທະວີບ ອາຟຼິກກາ.

ຕອບກັບ