ພາບປະກອບ |
ໄລ່ຮອດເວລາ 1ໂມງ30 ນາທີຕອນເຊົ້າວັນທີ 26 ກັນຍາຕາມເວລາ UTC. ໂລກໄດ້ຢັ້ງຢືນມີຜູ້ຕິດເຊືອໂຄວິດ - 19 ລວມທັງໝົດ 232.248.399 ກໍລະນີ ໃນນັ້ນມີ 4.756.524 ຄົນເສຍຊີວິດ. ໃນ 24 ຊົ່ວໂມງທີ່ຜ່ານມາ ທົ່ວໂລກມີຜູ້ຕິດເຊື້ອໂຄວິດ - 19 ຕືມອີກ 379.729 ຄົນແລະ 5.933 ຄົນຖືກເສຍຊີວິດ. ອາເມລິກາຍັງແມ່ນປະເທດທີ່ມີຜູ້ຕິດເຊືອຫຼາຍກວ່າໝູ່ ດ້ວຍຈຳນວນຜູ້ຕິດເຊື້ອ 54.114 ຄົນ ໃນຂະນະທີ່ ລັດເຊຍກໍ່ໄດ້ຢັ້ງຢືນມີຜູ້ເສຍຊີວິດຫຼາຍກວ່າໝູ່ດ້ວຍ 822 ກໍລະນີ