ໂທ​ລະ​ເລກອວຍ​ພອນ 65 ປ​ີ​ແຫ່ງວັນ​ສ້​າງ​ຕັ້​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ

Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1955 – 22 ມີນາ 2020), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມໄດ້ສົ່ງໂທລະເລກອວຍພອນເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ໂທ​ລະ​ເລກອວຍ​ພອນ 65 ປ​ີ​ແຫ່ງວັນ​ສ້​າງ​ຕັ້​ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດລາວ - ảnh 1ທ່ານນາງສູນທອນ ໄຊຍະຈັກ ກຳມະການສູນກາງພັກຫົໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ທ່ານຫງວຽນບ໊າຮູ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ  (ພາບ: TTXVN)

ໂທລະເລກໄດ້ຊີ້ແຈ້ງວ່າ: 65 ປີທີ່ຜ່ານມາ, ພາຍໃຕ້ການຊີ້ນຳນຳພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນລຸໄດ້ບັນດາໄຊຊະນະອັນຍິ່ງໃຫຍ່, ມີຄວາມໝາຍດ້ານປະຫວັດສາດໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ, ສ້າງສາແລະປົກປັກຮັກສາປະເທດຊາດ. ພັກກອມມູນິດຫວຽດນາມແລະປະຊາຊົນຫວຽດນາມໄດ້ຕີລາຄາສູງແລະສະແດງຄວາມຊົມເຊີຍຕໍ່ບັນດາຜົນງານແລະໄຊຊະນະອັນຍິ່ງໃຫຍ່ເຊິ່ງພັກປະຊາຊົນປະຕິວັດລາວບັນລຸໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ. ບັນດາຜົນງານຂອງພັກປະຊາຊົນປະຕິວັດລາວບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງສຳລັບພາລະກິດແຫ່ງການສ້າງສາ, ປົກປັກຮັກສາແລະພັດທະນາປະເທດລາວເທົ່ານັ້ນແຕ່ຍັງແມ່ນແຫຼ່ງກຳລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດແລະປະຊາຊົນຫວຽດນາມໃນວິວັດແຫ່ງການປ່ຽນແປງໃໝ່, ສ້າງສາແລະປົກປັກຮັກສາປະເທດຊາດອີກດ້ວຍ.

ຕອບກັບ