ໂທລະເລກຢື້ຢາມຖາມຂ່າວຂອງທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ

Chia sẻ
(VOVWORLD) -ໂດຍຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຂ້າພະເຈົ້າເອງຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ເຫັນອົກເຫັນໃຈເຖິງບັນດາເພື່ອນສະຫາຍ ແລະ ຜ່ານເພື່ອນສະຫາຍສົ່ງເຖິງປະຊາຊົນຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນບັນດາພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸຫົວນີ້.

ໂທລະເລກຢື້ຢາມຖາມຂ່າວຂອງທ່ານນາຍົກລັດຖະມົນຕີລາວທອງລຸນ ສີສຸລິດ - ảnh 1 ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ

(ພາບ: TTXVN)

ໂດຍໄດ້ຮັບຂ່າວວ່າ ພາຍຸໂນອິນ ໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ສັບສົນບັດຂອງປະຊາຊົນຢູ່ບັນດາແຂວງທາງພາກກາງຫວຽດນາມ, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ. ໃນໂທລະເລກມີຕອນຂຽນວ່າ: ຂ້າພະເຈົ້າມີຄວາມເປັນຫ່ວງເມື່ອໄດ້ຮັບຂ່າວວ່າ ພາຍຸໂນອິນ ໄດ້ພັດເຂົ້າທາງພາກກາງຫວຽດນາມ, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງທາງດ້ານຊີວິດອິນຊີ ແລະ ສັບສົມບັດຂອງປະຊາຊົນບັນດາແຂວງທາງພາກກາງຫວຽດນາມ ອ້າຍນ້ອງ. ໂດຍຕາງໜ້າໃຫ້ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຂ້າພະເຈົ້າເອງຂໍສົ່ງຄຳຢື້ຢາມຖາມຂ່າວ ແລະ ເຫັນອົກເຫັນໃຈເຖິງບັນດາເພື່ອນສະຫາຍ ແລະ ຜ່ານເພື່ອນສະຫາຍສົ່ງເຖິງປະຊາຊົນຫວຽດນາມ ອ້າຍນ້ອງ, ໂດຍສະເພາະແມ່ນບັນດາພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸຫົວນີ້. ລັດຖະບານ ແລະ ປະຊາຊົນລາວ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ໃນຈຸດເວລາທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ເພີ່ມພູມຄູນສ້າງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ.

ຕອບກັບ