ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

Chia sẻ
(VOVWORLD) -ໂທລະເລກຮຽກຮ້ອງໃຫ້ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງສຸມໃສ່ຊີ້ນຳການປະຕິບັດຢ່າງແຮງ, ຂ້ຽວຂາດ, ແທດຈິງ, ມີປະສິດທິຜົນບັນດາມາດຕະການລະອຽດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.
ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1(ພາບປະກອບ: VGP)

ວັນທີ 31 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ປະກາດໃຊ້ໂທລະເລກທາງການ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ໂທລະເລກຮຽກຮ້ອງໃຫ້ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈົ່ງສຸມໃສ່ຊີ້ນຳການປະຕິບັດຢ່າງແຮງ, ຂ້ຽວຂາດ, ແທດຈິງ, ມີປະສິດທິຜົນບັນດາມາດຕະການລະອຽດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ບັນດາທ້ອງຖິ່ນພວມປຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕ້ອງປະຕິບັດຢ່າງເຂັ້ມງວດ, ສະເໝີຕົ້ນສະເໝີປາຍ, ເໝາະສົມກັບສະພາບການຕົວຈິງຢູ່ທ້ອງຖິ່ນ; ໂຄສະນາຢ່າງກ້ວາງຂວາງ, ຄວບຄຸມຢ່າງເຂັ້ມງວດ ແລະ ປະຕິບັດບັນດາມາດຕະການໜູນຊ່ວຍທີ່ຈຳເປັນກ່ຽວກັບການດຳລົງຊີວິດ, ສາທາລະນະສຸກໂດຍທັນທີ ເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ “ຢູ່ກັບທີ”; ບໍ່ປະໃຫ້ປະຊາຊົນອອກຈາກເຂດຜັກອາໄສຢ່າງເດັດຂາດນັບແຕ່ວັນທີ 01 ສິງຫາ ຈົນຮອດເວລາໝົດກຳນົດການແຍກຫ່າງສັງຄົມ (ເວັ້ນເສຍຜູ້ໄດ້ຮັບອະນຸຍາດຈາກອຳນາດການປົກຄອງ).

ພ້ອມກັນນັ້ນ, ຕ້ອງຈັດຕັ້ງເຄືອຂ່າຍເບິ່ງແຍງດູແລສຸຂະພາບ, ປິ່ນປົວໃຫ້ຜູ້ຕິດເຊື້ອໄວຣັດ SARS-CoV-2, ຈຳກັດກໍລະນີເສຍຊີວິດໃນລະດັບຕ່ຳສຸດ. ຈັດການສະໜອງທັນຍາຫານ, ສະບຽງອາຫານໃຫ້ແກ່ຜູ້ອອກແຮງງານທຸກຍາກ, ຂາດລາຍຮັບທັງໝົດໂດຍທັນທີ, ຈັດການສັກວັກຊິນໄວ, ຖືກກັບເປົ້າໝາຍ, ປອດໄພ, ມີປະສິດທິຜົນ. ພາຍຫຼັງການແຍກຫ່າງສັງຄົມ, ຖ້າຫາກບັນດາແຂວງສາມາດຄວບຄຸມໂລກລະບາດໄດ້ແລ້ວ, ອາດຈະຫຼຸດຜ່ອນການແຍກຫ່າງສັງຄົມຕາມແຕ່ລະເຂດພາຍໃນແຂວງ.

ຕອບກັບ