ໂຄງ​ການ​ປະ​ຕິ​ຮູບ​​ຮອດ​ປີ 2030 ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ສຸດຍອດ NATO

Chia sẻ
(VOVWORLD) -     ກອງປະຊຸມສຸດຍອດຂອງ ອົງການສົນທິສັນຍາອັກລັງຕິກເໜືອ (NATO) ຖືກດຳເນີນໃນວັນທີ 14 ມິຖຸນາ ຢູ່ສຳນັກງານຂອງອົງການນີ້ຢູ່ ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ.
ໂຄງ​ການ​ປະ​ຕິ​ຮູບ​​ຮອດ​ປີ 2030 ແມ່ນ​ເນື້ອ​ໃນ​ຈຸດ​ສຸມ​ຂອງກອງ​ປະ​ຊຸມ​ສຸດຍອດ NATO - ảnh 1ສຳນັກງານຂອງ   NATO ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ.(ພາບ: Reuters)

ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວຫວ່າງມໍ່ໆມານີ້, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຢັ້ງຢືນວ່າ ຂໍ້ສະເໜີປະຕິຮູບ NATO  ຮອດປີ 2030 ແມ່ນເນື້ອໃນຈຸດສຸມຂອງກອງປະຊຸມ. ທ່ານເນັ້ນໜັກວ່າ ນີ້ແມ່ນໂຄງການດຳເນີນງານຂ້າມ ອັກລັງຕິກ ທີ່ເຕັມໄປດ້ວຍຄວາມມັກໃຫຍ່ໄຝ່ສູງກ່ຽວກັບຄວາມໝັ້ນຄົງ ແລະ ການປ້ອງກັນຊາດ, ຄຽງຄູ່ກັນນັ້ນ, ບັນດາບັນຫາຄື ການເພີ່ມທະວີການປຶກສາຫາລືດ້ານການເມືອງ, ການປ້ອງກັນຕົວແບບລວມໝູ່ ແລະ ຄວາມສາມາດຮັບມືກ່ຽວກັບພື້ນຖານໂຄງລ່າງ ແລະ ລະບົບການສະໜອງ.

        ຕາມທ່ານເລຂາທິການໃຫຍ່ Jens Stoltenberg, NATO ຕ້ອງກະທຳເພື່ອຮັບມືກັບບັນດາຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ຄວາມໝັ້ນຄົງ, ພິເສດແມ່ນດ້ວຍການຫຼຸດຜ່ອນການປ່ອຍອາຍພິດ ໃນຂົງເຂດການທະຫານ. ໃນກອງປະຊຸມຄັ້ງນີ້, NATO ໄດ້ມີການປຶກສາຫາລືຢ່າງເລິກເຊິ່ງກວ້າງຂວາງ ແລະ ຕັດສິນບັນດາບັນຫາສຳຄັນເພື່ອໃຫ້ກຸ່ມການທະຫານນີ້ ມີຄວາມເຂັ້ມແຂງກວ່າ ແນໃສ່ປ້ອງກັນຄວາມໝັ້ນຄົງຂອງພົນລະເມືອງບັນດາປະເທດສະມາຊິກ ດ້ວຍຈໍານວນປະຊາກອນເກືອບ 1 ຕື້ຄົນ. 

ຕອບກັບ