ແພດໝໍ​ກູ​ບາ​ພ້ອມ​ແລ້ວ​ທີ່​ຈະ​​ມາຊ່ວຍ​ ​ຫວຽດ​ນາມສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

Chia sẻ
(VOVWORLD) -ທ່ານນາງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດໃນການປ້ອງກັນ, ຕ້ານໂລກລະບາດ Covid – 19 ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປະຕິບັດຄຳຊີ້ນຳຂອງການນຳຂັ້ນສູງສອງປະເທດໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ກູບາ. 
ແພດໝໍ​ກູ​ບາ​ພ້ອມ​ແລ້ວ​ທີ່​ຈະ​​ມາຊ່ວຍ​ ​ຫວຽດ​ນາມສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາປະຈຳຫວຽດນາມ  

ວັນທີ 7 ສິງຫາ, ໃນການຕອບຄຳສຳພາດຕໍ່ນັກຂ່າວ VOV, ທ່ານນາງ Lianys Torres Rivera ເອກອັກຄະລັດຖະທູດ ກູບາປະຈຳຫວຽດນາມ ໄດ້ຢັ້ງຢືນວ່າ ໂດຍເລີ່ມມາຈາກການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ, ກູບາ ແລະ ຫວຽດນາມ ພວມຮ່ວມແຮງຮວມໃຈ,ພ້ອມກັນຮັບມືກັບໂລກລະບາດ Covid – 19. ກູບາພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມໃນການຄົ້ນຄ້ວາການຜະລິດບັນດາຢາປ້ອງກັນ, ຕ້ານໂລກລະບາດ Covid – 19ເວົ້າສະເພາະ ແລະ ບັນດາຢາປ້ອງກັນພະຍາດປະເພດອື່ນເວົ້າລວມ.

        ທ່ານນາງເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງສອງປະເທດໃນການປ້ອງກັນ, ຕ້ານໂລກລະບາດ Covid – 19 ຈະເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ປະຕິບັດຄຳຊີ້ນຳຂອງການນຳຂັ້ນສູງສອງປະເທດໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ກູບາ. ການຮ່ວມມືໃນຂົງເຂດການແພດ, ການຢາກໄດ້ສ້າງແງ່ຫວັງໃໝ່ໃນການພົວພັນລະຫວ່າງ ຫວຽດນາມ - ກູບາ.

        ກ່ອນໜ້ານັ້ນໃນວັນທີ 5 ສິງຫາ, ກູບາໄດ້ໜູນຊ່ວຍຫວຽດນາມຢາ interferon Alfa 2B  ນັບພັນໆຫຼອດ ໂດຍກູບາ ຜະລິດ.

ຕອບກັບ