ແຈ້ງ​ການ​ກ່ຽວ​ກັບ​ການ​ເປີດ​ກອງ​ປະ​ຊຸມ​ສະ​ໄໝ​ສ​າ​ມັນຄັ້ງ​ທີ 8, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV

Chia sẻ
(VOVWORLD) -ວັນຈັນ, ວັນທີ 21 ຕຸລາ ປີ 2019, ສະພາແຫ່ງຊາດຊຸດທີ XIV ປະເທດ ສສ. ຫວຽດນາມ ໄດ້ເປີດກອງປະຊຸມສະໄໝສາມັນຄັ້ງທີ 8 ຢູ່ ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍຂຶ້ນ ຢ່າງສົມກຽດ.

ໃນໄລຍະຜ່ານມາ, ຄະນະປະຈຳສະພາແຫ່ງຊາດ, ລັດຖະບານ, ສະພາຊົນເຜົ່າ, ບັນດາກຳມະທິການສະພາແຫ່ງຊາດ, ບັນດາຄະນະຜູ້ແທນສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ແລະ ບັນດາອົງການ, ອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່ຽວຂ້ອງໄດ້ຮີບດ່ວນກະກຽມບັນດາເນື້ອໃນເພື່ອຍືນສະເໜີຕໍ່ສະພາແຫ່ງຊາດ, ຈັດຕັ້ງການພົບປະ, ກຳແໜ້ນແນດຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເພື່ອສ່ອງແສງຕໍ່ສະພາແຫ່ງຊາດຢູ່ກອງປະຊຸມດັ່ງກ່າວ.

        ຕາມລາຍການ, ແຕ່ເວລາ 7 ໂມງ 15 ນາທີ, ບັນດາຜູ້ແທນສະພາແຫ່ງຊາດຈະໄປວາງພວງມາລາ ແລະ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ.

        ແຕ່ເວລາ 8 ໂມງ 00 ນາທີ, ສະພາແຫ່ງຊາດເປີດກອງປະຊຸມກະກຽມເພື່ອປຶກສາຫາລື ແລະ ລົງປະຊາມະຕິຮັບຮອງເອົາລາຍການຂອງກອງປະຊຸມສະໄໝສະມັນຄັ້ງທີ 8

         ເວລາ 9ໂມງ 00 ນາທີ, ສະພາແຫ່ງຊາດເປີດກອງປະຊຸມຢູ່ຫໍປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ.

        ວາລະເປີດກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຊຸດທີ XIV ຈະໄດ້ ຖ່າຍທອດສົດ ຈາກ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ, ສະຖານີໂທລະພາບ ຫວຽດນາມ, ສະຖານີໂທລະພາບສະພາແຫ່ງຊາດ ຫວຽດນາມ ເພື່ອ ໃຫ້ ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ໃນທົ່ວປະເທດຕິດຕາມນຳ.

ຕອບກັບ