ແຈ້ງການກ່ຽວກັບກອງປະຊຸມຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12

Chia sẻ
(VOVWORLD) -ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ດໍາເນີນກອງປະຊຸມຄັ້ງທີ 11 ເພື່ອປຶກສາຫາລື, ປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.
ແຈ້ງການກ່ຽວກັບກອງປະຊຸມຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ  

ວັນທີ 12 ຕຸລາ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ອອກແຈ້ງການໃຫ້ຮູ້ວ່າ ໃນລະຫວ່າງວັນທີ 07 – 12 ຕຸລາ 2019, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ດໍາເນີນກອງປະຊຸມຄັ້ງທີ 11 ເພື່ອປຶກສາຫາລື, ປະກອບຄໍາເຫັນໃສ່ບັນດາຮ່າງເອກະສານ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ບົດລາຍງານສະພາບການເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດ ປີ 2019; ຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ປີ 2020 ແລະ ບັນຫາອື່ນໆຈໍານວນໜຶ່ງ. ຄະນະບໍລິຫານງານສູນກາງພັກ ກໍໄດ້ປຶກສາຫາລື, ປະກອບຄໍາເຫັນໃສ່ແຜນການການເງິນງົບປະມານໄລຍະ 3 ປີ 2020 – 2022 ອີກດ້ວຍ.


ຕອບກັບ