ຫົວໜ້າຄະນະເຈລະຈາEU Michel Barnier ມາລອນດອນໃນວັນທີ 28 ພະຈິກ 2020 (ພາບ: THX/TTXVN) |
ຕາມໜັງສືພິມ Daily Telegraph ແລ້ວ, EU ເບິ່ງຄືວ່າພວມກະກຽມຮັບຮູ້ອະທິປະໄຕຂອງອັງກິດສຳລັບບັນດາເຂດທະເລຂອງລາຊະອານາຈັກອັງກິດຢ່າງເປັນທາງການ ແລະ ມີແນວຄວາມຄິດປະນີປະນອມໃນບັນຫາຫາປາ.
ລາຍລະອຽດແມ່ນ, EU ໄດ້ຮັບຖືວ່າ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງລາຊະອານາຈັກອັງກິດ ກ່ຽວກັບໄລຍະຂ້າມຜ່ານສຳລັບສິດຫາປາພາຍຫຼັງວັນທີ 1 ມັງກອນ, ແຕ່ຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງກ່ຽວກັບເວລາ ທີ່ຈະແກ່ຍາວເທົາໃດ ຫຼືມັນຈະເຄື່ອນໄຫວຄືແນວໃດ.