ແຂວງ ວິ້ງລອງ ແລະ ຕ່ຽນຢາງ ຕ້ອງປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ

Chia sẻ
(VOVWORLD) -ແຂວງ ວິ້ງລອງ ຕ້ອງປະຕິບັດທັງ 2 ມາດຕະການແມ່ນ ທັງສຸມໃສ່ປະຕິບັດການຕາມຫາ, ແຍກຫ່າງ, ກຳນົດເຂດ, ລອກດາວແລ້ວ ທາງແຂວງກໍ່ຕ້ອງຍູ້ໄວລະດັບຄວາມຄືບໜ້າໃນການສັກວັັກຊິນ
ແຂວງ ວິ້ງລອງ ແລະ ຕ່ຽນຢາງ ຕ້ອງປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເຂັ້ມງວດ - ảnh 1(ພາບປະກອບ: TTXVN)

ຕອນບ່າຍວັນທີ 31 ກໍລະກົດ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກໂດຍທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ ນຳໜ້າ, ໄດ້ເຮັດວຽກຢູ່ແຂວງ ວິ້ງລອງ ແລະ ແຂວງ ຕ່ຽນຢາງ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນ.

ທີ່ການເຮັດວຽກຢູ່ແຂວງ ວິ້ງລອງ, ທ່ານລັດຖະມົນຕີ ຫງວຽນແທັງລອງ ເນັ້ນໜັກວ່າ, ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ. ສະນັ້ນ, ແຂວງ ວິ້ງລອງ ຕ້ອງປະຕິບັດທັງ 2 ມາດຕະການແມ່ນ ທັງສຸມໃສ່ປະຕິບັດການຕາມຫາ, ແຍກຫ່າງ, ກຳນົດເຂດ, ລອກດາວແລ້ວ. ທາງແຂວງກໍ່ຕ້ອງຍູ້ໄວລະດັບຄວາມຄືບໜ້າໃນການສັກວັັກຊິນ, ໃຫ້ບຸລິມະສິດສັກວັກຊິນໃຫ້ຜູ້ຕິດພະຍາດຕົນຕົວ ແລະ ຜູ້ອາຍຸສູງກວ່າ 65 ປີ, ເຂດລອກດາວ, ເຂດມີພົນລະເມືອງເປັນຈຳນວນຫຼາຍ…

ທີ່ການເຮັດວຽກຢູ່ແຂວງ ຕ່ຽນຢາງ, ທ່ານລັດຖະມົນຕີ ຫງວຽນແທັງລອງ ສະເໜີໃຫ້ແຂວງ ຕ່ຽນຢາງ ຕ້ອງປະຕິບັດການແຍກຫ່າງສັງຄົມຢ່າງເຂັ້ມງວດ, ນຳໃຊ້ຍຸດທະສາດວິໄຈຢ່າງມີໄຫວພິບ, ສົມທົບກັບທຸກຮູບແບບທີ່ແຕກຕ່າງກັນ, ມີແຜນການສຸມໃສ່ເຂດມີຄວາມສ່ຽງສູງ. ທ່ານລັດຖະມົນຕີ ໄດ້ສະເໜີໃຫ້ແຂວງ ຈົ່ງຍູ້ໄວຄວາມຄືບໜ້າໃນການສັກວັກຊິນ.

ຕອບກັບ