ເອກອັກຄະລັດຖະທູດສະຫະພັນລັດເຊຍແລະຈີເລຕີລາຄາສູງຄວາມມານະພະຍາຍາມ, ປະສົບການຂອງຫວຽດນາມໃນການຄວບຄຸມໂລກລະບາດ Covid – 19

Chia sẻ
(VOVWORLD) -ຕໍ່ໜ້າບັນດາຄວາມມານະພະຍາຍາມປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ທ່ານ Konstantin Vnukov ເອກອັກຄະລັດຖະທູດສະຫະພັນລັດເຊຍປະຈຳຫວຽດນາມໃຫ້ຮູ້ວ່ານັບແຕ່ຊຸມມື້ທຳອິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ລັດ, ລັດຖະບານຫວຽດນາມໄດ້ນຳໃຊ້ບັນດາມາດຕະການປ້ອງກັນແລະສະກັດກັ້ນໂລກລະບາດຢ່າງຄົບຊຸດ, ທັນການແລະມີປະສິດທິຜົນ.
ເອກອັກຄະລັດຖະທູດສະຫະພັນລັດເຊຍແລະຈີເລຕີລາຄາສູງຄວາມມານະພະຍາຍາມ, ປະສົບການຂອງຫວຽດນາມໃນການຄວບຄຸມໂລກລະບາດ Covid – 19 - ảnh 1ພາບປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ຢູ່ຫວຽດນາມ (ພາບ: TTXVN)

ທ່ານ Konstantin Vnukov ຫວັງວ່າ, ສະຫະພັນລັດເຊຍແລະຫວຽດນາມຈະສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວໜູນຊ່ວຍເຊິ່ງກັນແລະກັນໃນການຕໍ່ສູ້ຕ້ານໂລກລະບາດ Covid -19.

ເມື່ອຕີລາຄາກ່ຽວກັບມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງຫວຽດນາມໃນໄລຍະທີ່ຜ່ານມາ, ທ່ານ Jaime Chomali ເອກອັກຄະລັດຖະທູດຈີເລປະຈຳຫວຽດນາມໃຫ້ຮູ້ວ່າໃນຊຸມວັນທີ່ຜ່ານມາ, ເລື່ອງຫວຽດນາມບໍ່ກວດພົບກໍລະນີຕິດເຊື້ອພະຍາດລາຍໃໝ່ຕື່ມອີກນັ້ນ ໄດ້ຊີ້ໃຫ້ເຫັນວ່າບັນດາຄວາມມານະພະຍາຍາມໃນການປ້ອງກັນ, ສະກັດກັ້ນໂລກລະບາດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ນຳມາເຊິ່ງໝາກຜົນທີ່ແທດຈິງ.
ທ່ານ Jaime Chomali ຊີ້ແຈ້ງວ່າ, ກ້າວເຂົ້າສູ່ໄລຍະທີ 1 ຂອງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ບັນດາຄຳຕັດສິນສຳຄັນຄືຄວບຄຸມບັນດາເສັ້ນຊາຍແດນຢ່າງເຂັ້ມງວດ, ປິດຊົ່ວຄາວໂຮງຮຽນແຫ່ງຕ່າງໆ…ໄດ້ຊ່ວຍໃຫ້ຫວຽດນາມຢຸດຕິຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຕົວເລກທີ່ 16 ໃນໄລຍະຍາວ, ບັນດາການດັດປັບໃນໄລຍະຕໍ່ໄປ, ພິເສດແມ່ນວິທີການແຍກຫ່າງໃນສັງຄົມເຊິ່ງເລີ່ມແຕ່ວັນທີ 1 ເມສາແມ່ນຄຳຕັດສິນທີ່ສຳຄັນປະກອບສ່ວນເຂົ້າໃນຜົນສຳເລັດຂອງການສະກັດກັ້ນການແຜ່ລາມຂອງໂລກລະບາດໃນຊຸມຊົນ. ທ່ານ Jaime Chomali ເຊື່ອໝັ້ນວ່າໃນປີຈະມາເຖິງ ຫວຽດນາມຈະມີການຟື້ນຟູເສດຖະກິດໄດ້ຢ່າງວ່ອງໄວກ່ວາເມື່ອທຽບໃສ່ກັບບັນດາປະເທດອື່ນໆໃນພາກພື້ນ.

ຕອບກັບ