ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ຄົນໃໝ່

Chia sẻ
(VOVWORLD) -ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ, ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.
ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ຄົນໃໝ່ - ảnh 1ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ສະຫາຍ ນາງ ບຸຍທິມິງຮ່ວາຍ

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ກໍໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ຄົນໃໝ່, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງ ສູນກາງພັກ ກອມມູນິດ ຫວຽດນາມ ຕໍ່ກັບຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍໃນໄລຍະຜ່ານມາ.

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດ ນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ຄົນໃໝ່ - ảnh 2
ສະຫາຍ ນາງ ບຸຍທິມິງຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມຄະນະ ທີ່ໄດ້ມາອວຍພອນ ເຊິ່ງເປັນປະເທດທຳອິດ ໃນໄລຍະທີ່ສະຫາຍມາຮັບຕຳແໜ່ງໃໝ່, ພ້ອມທັງຝາກຄວາມຢື້ຢາມຖາມຂ່າວຜ່ານສະຫາຍເອກອັກຄະລັດຖະທູດ ໄປຍັງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ ແລະ ສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ກໍຄືຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມດຽວກັນນັ້ນ, ສະຫາຍ ນາງ ບຸຍທິມິງຮ່ວາຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຂອງ ສປປ ລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ເປັນຕົ້ນແມ່ນ ສົ່ງຄະນະຊ່ຽວຊານດ້ານການແພດ ລວມທັງດ້ານທຶນຮອນ, ວັດຖຸ ແລະ ອຸປະກອນການແພດ ຈາກພັກ, ລັດຖະບານ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງມິດຈິດມິດໃຈ ເຮັດໃຫ້ ສປປ ລາວ ຄວບຄຸມພະຍາດໂຄວິດໄດ້ຢ່າງໂດຍໄວ ເຊິ່ງສະແດງໃຫ້ເຫັນໂຕເລກ ຂອງຜູ້ຕິດເຊື້ອນັບມື້ຫຼຸດລົງ. ພ້ອມດຽວກັນນັ້ນ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

 ຕາມວິທະຍຸກະຈາຍສຽງແຫ່ງຊາດລາວ.

ຕອບກັບ