ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຕາງໜ້າຄະນະປະຈຳສະພາແຫ່ງຊາດ​ເຂົ້າ​ວາງ​ພວງ​ມະລາ ​ແລະ ​ຂຽນ​ໃສ່​ປື້​ມໄຫວ້​ອາ​ໄລ ສະຫາຍ ຫວູມ້າວ

Chia sẻ
(VOVWORLD) -ການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍອາດີດຜູ້ນໍາທາງການເມືອງ ຜູ້ມີ ຄວາມປີຊາສາມາດ ແລະ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຜູ້ທີ່ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການ ສູນເສຍເພື່ອນມິດຜູ້ໃກ້ຊິດ ສະໜິດສະໜົມຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ອີກດ້ວຍ.
ເອກອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ  ຕາງໜ້າຄະນະປະຈຳສະພາແຫ່ງຊາດ​ເຂົ້າ​ວາງ​ພວງ​ມະລາ ​ແລະ ​ຂຽນ​ໃສ່​ປື້​ມໄຫວ້​ອາ​ໄລ ສະຫາຍ ຫວູມ້າວ - ảnh 1ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊື້ງຕໍ່ ການຈາກໄປຂອງ ສະຫາຍ ຫວູມ້າວ 

ຕອນເຊົ້າ ວັນທີ 03/06/2020 ຄະນະນຳສະຖານເອກອັກຄະລັດຖະທູດ, ນຳໂດຍສະຫາຍ ແສງເພັດ  ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ ເຂົ້າໄຫວ້ອາໄລ ແລະ ຂຽນໃສ່ປື້ມ ເພື່ອ ອາໄລຫາເຖິງດວງວິນຍານຂອງ ສະຫາຍ ຫວູມ້າວ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ອະດີດປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມໂສກເສົ້າເສຍດາຍ ແລະ ອາໄລອາວອນ ຢ່າງສຸດຊື້ງຕໍ່ ການຈາກໄປຂອງ ສະຫາຍ ຫວູມ້າວ, ຊຶ່ງການຈາກໄປຂອງສະຫາຍ ບໍ່ພຽງແຕ່ເປັນການສູນເສຍອາດີດຜູ້ນໍາທາງການເມືອງ ຜູ້ມີຄວາມປີຊາສາມາດ ແລະ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຜູ້ທີ່ປ່ຽມລົ້ນໄປດ້ວຍປະສົບການ ຂອງພັກ, ລັດ ແລະປະຊາຊົນ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນການສູນເສຍເພື່ອນມິດຜູ້ໃກ້ຊິດ ສະໜິດສະໜົມຂອງພັກ, ສະພາແຫ່ງຊາດ ແລະ ປະຊາຊົນລາວ,  ສະຫາຍ ຫວູມ້າວ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ   ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.

(ຂ່າວ, ພາບ: ໂອລຳ ຈັນທະວິໄລ)

ຕອບກັບ