ເອກອັກຄະລັດຖະທູດ EU ກຳນົດເວລາຈັດກອງປະຊຸມກ່ຽວກັບ Brexit

Chia sẻ
(VOVWORLD) -ບັນດານັກການທູດຂອງ 27 ປະເທດສະຫະພາບເອີລົບ (EU) ຈະມີການພົບປະໃນວັນທີ 20 ຕຸລາ, ເພື່ອປຶກສາຫາລືກ່ຽວກັບເລື່ອງອະນຸມັດຜ່ານຂໍ້ຕົກລົງຖອນຕົວອອກ ຫຼື ເຫັນດີໃຫ້ປະເທດອັງກິດ ສືບຕໍ່ໂຈະການຖອນຕົວອອກຈາກ EU (ຫຼືເອີ້ນວ່າ Brexit).
ເອກອັກຄະລັດຖະທູດ EU ກຳນົດເວລາຈັດກອງປະຊຸມກ່ຽວກັບ Brexit - ảnh 1(ພາບປະກອບ: AFP/TTXVN)

ກ່ອນໜ້ານັ້ນ, ວັນທີ 19 ຕຸລາ, ໃນການປ່ອນບັດໃຫ້ແກ່ຂໍ້ຕົກລົງດັ່ງກ່າວ ເຊິ່ງຖືກດຳເນີນຢູ່ສະພາຕ່ຳອັງກິດ. ໂດຍບໍ່ຫົວຊາຕໍ່ໝາກຜົນການປ່ອນບັດຢູ່ສະພາຕ່ຳອັງກິດ ວ່າຈະມີໝາກຜົນອອກເປັນຄືແນວໃດ, ບັນດານັກການທູດຂອງ 27 ປະເທດ EU ກໍ່ຈະດຳເນີນກອງປະຊຸມດັ່ງກ່າວຢູ່ບຣຸກແຊນ.

        ຖ້າຫາກລັດຖະສະພາອັງກິດ ປະຕິເສດ, ບັນດາເອກອັກຄະລັດຖະທູດ ຈະຕ້ອງກະກຽມກອງປະຊຸມສຸດຍອດຄັ້ງໃໝ່ເພື່ອຕົກລົງວ່າ ຈະໃຫ້ອັງກິດໂຈະເວລາ Brexit ຫຼື ບໍ່. ໃນກໍລະນີ, ສະພາຕ່ຳອັງກິດ ປ່ອນບັດເຫັນດີຂໍ້ຕົກລົງ Brexit, ບັນດາເອກອັກຄະລັດຖະທູດຈະຕ້ອງຮັບຮອງເອົາເອກະສານ ເພື່ອສາມາດຍື່ນສະເໜີຕໍ່ລັດຖະສະພາເອີລົບ.

ຕອບກັບ