ເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ-ລາວ

Chia sẻ
(VOVWORLD) -ວັນທີ 09 ຕຸລາ, ຢູ່ແຂວງ ບັ໊ກນິງ, ໄດ້ດຳເນີນການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ໜ້າທີ່ຮັບຜິດຊອບ, ບົດບາດຂອງຊາວໜຸ່ມ 2 ປະເທດໃນການຮັກສາ ແລະ ເສີມຂະຫຍາຍການພົວພັນມິດຕະພາບພິເສດອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ”.
ເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ-ລາວ - ảnh 1(ການໂອ້ລົມສົນທະນາ)

ທີ່ການໂອ້ລົມສົນທະນາ, ທ່ານເລຂາຄະນະຊາວໜຸ່ມແຂວງບັ໊ກນິງ ຫງວຽນເຍີນຈິງ ໄດ້ສະເໜີໃຫ້ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາພ້ອມກັນແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການຊາວໜຸ່ມ, ຖອດຖອນບົດຮຽນເຊິ່ງກັນແລະກັນໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມເຍົາວະຊົນ, ປະກອບສ່ວນເພີ່ມທະວີນ້ຳໃຈມິດຕະພາບ ແລະ ການພົວພັນຮ່ວມມືລະຫວ່າງອົງການຊາວໜຸ່ມ 2 ປະເທດ. ສ່ວນທ່ານຫົວໜ້າຄະນະຜູ້ແທນຊາວໜຸ່ມປະຊາຊົນປະຕິວັດລາວ, ຮອງເລຂາຄະນະພັກແຂວງອັດຕະປື ຄຳພາສີ ເວັນມະສອນ, ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນເຊິ່ງກັນແລະກັນ ກ່ຽວກັບສະພາບການຊາວໜຸ່ມ, ຮ່ຳຮຽນເອົາບົດຮຽນເຊິ່ງກັນແລະກັນໃນຂົງເຂດຊາວໜຸ່ມ ແລະ ຂະບວນການເຍົາວະຊົນ; ແບ່ງປັນບັນດາຮູບແບບການຮ່ວມມື, ປະດິດສ້າງໃນຊາວໜຸ່ມ ເພື່ອຊ່ວຍກັນດຳເນີນທຸລະກິດ, ຊາວໜຸ່ມກໍ່່ຮ່າງສ້າງຕົວດ້ວຍຕົນເອງ.

ຕອບກັບ