ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ການເບິ່ງ​ແຍງ​ດູ​ແລສຸ​ຂະ​ພາບໃຫ້​ແກ່ປະ​ຊາ​ຄົມ​ໃຫ້ຫຼາຍກວ່າ​ອີກ

Chia sẻ
(VOVWORLD) -ກອງປະຊຸມມີ 3 ຫົວຂໍ້ຕົ້ນຕໍແມ່ນ: ຮູບແບບ, ຂໍ້ລິເລີ່ມໃນການສະໜອງການບໍລິການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຄົມ, ສຸຂະພາບທາງສິ່ງແວດລ້ອມ, ສື່ມວນຊົນ ແລະ ການຂົນຂວາຍນະໂຍບາຍ.
ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃນ​ການເບິ່ງ​ແຍງ​ດູ​ແລສຸ​ຂະ​ພາບໃຫ້​ແກ່ປະ​ຊາ​ຄົມ​ໃຫ້ຫຼາຍກວ່າ​ອີກ - ảnh 1ກອງປະຊຸມຄົບຄະນະເພື່ອແນໃສ່ເພີ່ມທະວີ, ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສາກົນໃນການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຄົມ (ພາບ: datviet.vn

ໂດຍເປັນໜຶ່ງໃນບັນດາເຫດການຂອງກອງປະຊຸມສຳມະນາປະຈຳປີຂອງບັນດາອົງການຈັດຕັ້ງສາກົນຄັ້ງທີ 4 ປີ 2019, ວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ (VUSTA) ໄດ້ສົມທົບກັບສູນຂໍ້ມູນຂ່າວສານອົງການບໍ່ຂຶ້ນກັບລັດຖະບານ (NGO - IG) ແລະ ບັນດາອົງການ, ກົມກອງທີ່ກ່ຽວຂ້ອງຈັດຕັ້ງກອງປະຊຸມຄົບຄະນະເພື່ອແນໃສ່ເພີ່ມທະວີ, ເສີມຂະຫຍາຍປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສາກົນໃນການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຄົມໃຫ້ຫຼາຍກວ່າອີກ.

        ກອງປະຊຸມມີ 3 ຫົວຂໍ້ຕົ້ນຕໍແມ່ນ: ຮູບແບບ, ຂໍ້ລິເລີ່ມໃນການສະໜອງການບໍລິການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຄົມ, ສຸຂະພາບທາງສິ່ງແວດລ້ອມ, ສື່ມວນຊົນ ແລະ ການຂົນຂວາຍນະໂຍບາຍ. ເນື້ອໃນຂອງບັນດາຫົວເລື່ອງແນໃສ່ຢັ້ງຢືນໄດ້ບັນດາໜ້າທີ່ລວມຄວນມຸ່ງໄປເຖິງຂອງບັນດາອົງການຈັດຕັ້ງສາກົນ, ຈາກນັ້ນສະເໜີວິທີການເພີ່ມທະວີ, ເສີມຂະຫຍາຍບົດບາດ ແລະ ປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງສາກົນໃນການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຄົມໃຫ້ຫຼາຍກວ່າອີກ.

        ເນື່ອງໃນໂອກາດນີ້, ສະຫະພັນນ້ງສະອາດ ແລະ ສຸຂະພາບ ຫວຽດນາມໄດ້ເປີດຕົວຢ່າງເປັນທາງການ. ນີ້ແມ່ນອົງການເຕົ້າໂຮມບັນດານັກວິທະຍາສາດ, ນັກບໍລິຫານ, ອົງການຈັດຕັ້ງ, ວິສາຫະກິດພາຍໃນປະເທດ ແລະສາກົນ, ແລະ ບັນດາຜູ້ທີ່ມີຄວາມສົນໃຈໃນຂະແໜງນ້ຳສະອາດ ແລະ ສຸຂະພາບເພື່ອປະຕິບັດພາລະກຳ, ເປົ້າໝາຍປ້ອງກັນ ແລະ ນຳໃຊ້ແຫຼ່ງນ້ຳສະອາດຢູ່ ຫວຽດນາມຢ່າງເໝາະສົມ ແລະ ປະຢັດ …

ຕອບກັບ