ເສີ​ມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ບັນ​ດາ​ກຳ​ລັງ​ການ​ຕ່າງ​ປະ​ເທດ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 21 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ ຫວຽດນາມ 9 ທ່ານ ໄປປະຕິບັດໜ້າທີ່ຢູ່ຕ່າງປະເທດ ອາຍຸການ 2020 – 2023 ແລະ ຕ້ອນຮັບບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດ ເຊິ່ງພວມກະກຽມໄປຮັບດຳລົງຕຳແໜ່ງຢູ່ບັນດາປະເທດຄື ລັດເຊຍ, ແບນຊິກ ແລະ ສະຫະພາບເອີຣົບ, ສິງກະໂປ, ຝລັ່ງ, ໂອຕາລິດ, ຮຸງກາຣີ, ຈີເລ, ສີລັງກາ, ເກຼັກ.
ເສີ​ມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ບັນ​ດາ​ກຳ​ລັງ​ການ​ຕ່າງ​ປະ​ເທດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພົບປະກັບບັນດາເອກອັກຄະລັດຖະທູດ ແລະ ຫົວໜ້າບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ (ພາບ: quocte.vn)

ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ ບັນດາເອກອັກຄະລັດຖະທູດ ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ຕ້ອງເພີ່ມທະວີການສົມທົບ, ຄວາມສາມັກຄີເປັນເອກະພາບ, ເສີມຂະຫຍາຍກຳລັງແຮງສັງລວມຂອງການພົວພັນຕ່າງປະເທດຂອງ ພັກ, ການພົວພັນຕ່າງປະເທດຂອງລັດ, ການທູດປະຊາຊົນ, ໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ… ໃນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ, ປະຕິບັດໜ້າທີ່ການພົວພັນຕ່າງປະເທດໃຫ້ເປັນຢ່າງດີ, ຖືຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ ແມ່ນເໜືອກວ່າສິ່ງໃດໝົດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍຕັດເຕືອນວ່າ ຄວນຊາບຊຶມຢ່າງເລິກເຊິ່ງ ແລະ ປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

       ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ຈະມອງກວ້າງເຫັນໄກ່ກວ່າອີກ, ປະຕິບັດວຽກງານຄົ້ນຄວ້າ, ຊອກຮູ້ສະພາບການ ແລະ ຄາດຄະເນແງ່ຫວັງພັດທະນາໃຫ້ຖືກຕ້ອງ, ສະເໜີບັນດາບັນຫາຍຸດທະສາດສ້າງແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ, ລັດ, ປະກອບສ່ວນເຮັດໃຫ້ຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກໃຫ້ສົມບູນແບບ./.

ຕອບກັບ