ເສັ້ນທາງເຊິ່ງພັກກອມມູນິດຫວຽດນາມເລືອກເຟັ້ນໄດ້ນຳພາປະເທດຊາດຫວຽດນາມ ແທດເໝາະກັບທ່າອ່ຽງພັດທະນາຂອງຍຸກສະໄໝ

Chia sẻ
(VOVWORLD) -ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ເສັ້ນທາງເຊິ່ງພັກເລືອກເຟັ້ນເພື່ອນຳພາປະເທດຫວຽດນາມ ໃນໄລຍະເກືອບ 1 ທົດສະວັດຜ່ານມາແມ່ນເສັ້ນທາງໜຶ່ງດຽວທີ່ຖືກຕ້ອງ, ເໝາະສົມກັບກົນເກນພາວະວິໄສ
ເສັ້ນທາງເຊິ່ງພັກກອມມູນິດຫວຽດນາມເລືອກເຟັ້ນໄດ້ນຳພາປະເທດຊາດຫວຽດນາມ ແທດເໝາະກັບທ່າອ່ຽງພັດທະນາຂອງຍຸກສະໄໝ - ảnh 1ກອງປະຊຸມທ້ອນໂຮມບັນດາອົງການກອມມູນິດເປັນໜຶ່ງດຽວ ໄດ້ດຳເນີນຢູ່ແຫຼມ ຈຽວລູ໊ງ, ຂຶ້ນກັບ ຮົ່ງກົງ, ປະເທດຈີນ
(ພາບເອກະສານ: TTXVN)

ວັນທີ 03 ກຸມພາ, ສະເຫຼີມສະຫຼອງ 91 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2021). ວັນທີ 03 ກຸມພາ 1930, ກອງປະຊຸມທ້ອນໂຮມບັນດາອົງການກອມມູນິດເປັນໜຶ່ງດຽວ ໄດ້ດຳເນີນຢູ່ແຫຼມ ຈຽວລູ໊ງ, ຂຶ້ນກັບ ຮົ່ງກົງ, ປະເທດຈີນ, ພາຍໃຕ້ການເປັນປະທານຂອງທ່ານປະທານໂຮ່ຈີມິນ, ໃນຄາວນັ້ນທ່ານມີຊື່ວ່າ ຫງວຽນອ໊າຍກວ໊ກ, ໄດ້ຕົກລົງທ້ອນໂຮມບັນດາອົງການ ກອມມູນິດຢູ່ຫວຽດນາມ ເຂົ້າກັນເປັນພັກໜຶ່ງດຽວ, ໂດຍໃສ່ຊື່ວ່າ ພັກກອມມູນິດຫວຽດນາມ.

        ດ້ວຍຫົວຂໍ້ວ່າ “ພັກໄດ້ຜ່ານ 91 ລະດູບານໃໝ່ ແລະ ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ”, ບົດຂຽນໃນໜັງສືພິມເອເລັກໂຕນິກຂອງ VOV ເນັ້ນໜັກວ່າ: ພັກກອມມູນິດຫວຽດນາມ ກ້າວເຂົ້າສູ່ອາຍຸ 91 ປີດ້ວຍທີ່ຕັ້ງພິເສດ: ທັງປະຕິບັດສຳເລັດໜ້າທີ່ທີ່ໜັກໜ່ວງຕໍ່ພັກ, ຕໍ່ປະຊາຊົນ ເມື່ອວາງເປົ້າໝາຍ, ທິດທາງໃຫ້ແກ່ປະເທດຊາດໃນໄລຍະຕໍ່ໜ້າ, ພ້ອມທັງຄັດເລືອກໄດ້ຖັນແຖວພະນັກງານທີ່ຍອດຍິ່ງ, ນຳພາປະເທດຊາດຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບ, ສືບຕໍ່ຂຽນໜ້າປະຫວັດສາດອັນສະຫງ່າລາສີໃນສະຕະວັດທີ 21. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ໄດ້ຢືນຢັນອີກເທື່ອໜຶ່ງວ່າ, ເສັ້ນທາງເຊິ່ງພັກເລືອກເຟັ້ນເພື່ອນຳພາປະເທດຫວຽດນາມ ໃນໄລຍະເກືອບ 1 ທົດສະວັດຜ່ານມາແມ່ນເສັ້ນທາງໜຶ່ງດຽວທີ່ຖືກຕ້ອງ, ເໝາະສົມກັບກົນເກນພາວະວິໄສ, ເໝາະສົມກັບພຶດຕິກຳຕົວຈິງຂອງຫວຽດນາມ ແລະ ທ່າອ່ຽງພັດທະນາຂອງຍຸກສະໄໝ.

        ບົດນຳ “ຝາກຝັງຄວາມເຊື່ອໝັ້ນຕໍ່ພັກ, ຮ່ວມແຮງຮ່ວມໃຈນຳພາປະເທດໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່” ທີ່ລົງພິມໃນໜັງສືພິມ ເຍີນເຢີນ (ສຽງຂອງພັກກອມມູນິດຫວຽດນາມ) ສະບັບອອກວັນທີ 03 ກຸມພາ ກໍ່ຢືນຢັນວ່າ: ດ້ວຍບົດຮຽນ, ມູນເຊື້ອອັນສະຫງ່າລາສີຫຼາຍຢ່າງຂອງພັກເປັນເວລາກວ່າ 90 ປີ, ດ້ວຍເສັ້ນທາງທີ່ຖືກຕ້ອງ, ມີເຈດຈຳນົງ, ຄວາມຕັດສິນໃຈດ້ານການເມືອງຢ່າງສູງ, ແນ່ນອນວ່າ ຫວຽດນາມ ຈະສ້າງບັນດາຜົນງານມະຫັດສະຈັນໃໝ່ເພື່ອພັດທະນາ.

        ໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນຫວຽດນາມ) ສະບັບອອກໃນວັນດຽວກັນລົງພິມບົດນຳ “ພັກປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ”, ໃນນັ້ນຢືນຢັນວ່າ: ພັກກອມມູນິດຫວຽດນາມ ແມ່ນຜູ້ປຸກລຸກກຳລັງແຮງຂອງຊາດ; ເປົ້າໝາຍສູ້ຊົນຂອງພັກແມ່ນ ເອກລະລາດແຫ່ງຊາດ ແລະ ສັງຄົມນິຍົມ, “ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”.

ຕອບກັບ