ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ: AFP/TTXVN)
|
(vovworld) – ຕອນບ່າຍວັນທີ 19/6, ກ່າວຄຳເຫັນຢູ່ວາລະປະຊຸມຄົບຄະນະເວທີປາໄສເສດຖະກິດສາກົນ St.Peterburg (SPIEF 2015), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ: ໂດຍບໍ່ຫົວຊາຕໍ່ບັນດາມາດຕະການລົງໂທດ, ປິດລ້ອມຂອງ ຝ່າຍຕາເວັນຕົກ, ກໍ່ຄືເລື່ອງຖືກຈຳກັດການສຳພັດກັບຕະຫຼາດສາກົນ ແລະ ຄວາມຕ້ອງການພາຍໃນປະເທດຖືກຫລຸດລົງ, ພື້ນຖານເສດຖະກິດ ລັດເຊຍ ຍັງເປັນປົກກະຕິຢູ່. ເພື່ອຊຸກຍູ້ການພັດທະນາເສດຖະກິດ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ, ລັດເຊຍ ຈະປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ສ້າງກາລະໂອກາດໃຫ້ບັນດານັກລົງທຶນ. ກ່ຽວກັບການພົວພັນລະຫວ່າງເສດຖະກິດ ລັດເຊຍ ກັບ ໂລກ, ທ່ານປະທານາທິບໍດີ Putin ເນັ້ນໜັກຕ້ອງປັບປຸງການເຊື່ອມຕໍ່ໃນສະຫະພັນດ້ານເສດຖະກິດ ອາຊີ - ເອີລົບ ເພື່ອພັດທະນາເຂດຕາເວັນອອກໄກຂອງລັດເຊຍ, ພ້ອມທັງຕ້ອງເພີ່ມທະວີການພົວພັນເສດຖະກິດກັບພາກພື້ນ ອາຊີ - ປາຊີຟິກ. ທ່ານກໍ່ໄດ້ເຕື້ອງເຖິງເລື່ອງໄລຍະມໍ່ໆນີ້, ສຳພັນທະມິດເສດຖະກິດ ອາຊີ - ເອີລົບ ໄດ້ເຊັນສັນຍາການຄ້າເສລີ (FTA) ທຳອິດກັບ ຫວຽດນາມ ແລະ ຢັ້ງຢືນ ລັດເຊຍ ຈະມານະພະຍາຍາມຮ່ວມມືກັບທຸກໆປະເທດບົນຫຼັກການສະເໝີພາບ, ເປີດກ້ວາງກັບທຸກໆປະເທດເພື່ອຮັບປະກັນຜົນສຳເລັດໃນການພັດທະນາເສດຖະກິດ.