ເວ​ທີ​ປາ​ໄສ ​ ລັດ​ຖະ​ບານ - ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ອາ​ຊຽນ​ກ່ຽວ​ກັບ​ສະ​ວັດ​ດີ​ການ​ສັງ​ຄົ​ມ ແລະ ການ​ພັດ​ທະ​ນາ

Chia sẻ
(VOVWORLD) - ວັນທີ 21 ກັນຍາ, ເວທີປາໄສລັດຖະບານ  - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15 ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດໃນການຟື້ນຟູ ແລະ ຄວາມສາມັກຄີຂອງຄອບຄົວ: ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບຕົວໃຫ້ແທດເໝາະ ກັບສະພາບການໃໝ່” ໄດ້ດຳເນີນຕາມຮູບແບບທາງອອນລາຍໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ ບັນດາອົງການບໍ່ຂຶ້ນກັບລັດຖະບານທີ່ມາຈາກບັນດາປະເທດອາຊຽນ, ຄະນະເລຂາອາຊຽນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ.
ເວ​ທີ​ປາ​ໄສ ​ ລັດ​ຖະ​ບານ - ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ອາ​ຊຽນ​ກ່ຽວ​ກັບ​ສະ​ວັດ​ດີ​ການ​ສັງ​ຄົ​ມ ແລະ ການ​ພັດ​ທະ​ນາ - ảnh 1  ເວທີປາໄສລັດຖະບານ  - ອົງການບໍ່ຂຶ້ນກັບລັດຖະບານ ອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ ຄັ້ງທີ 15  (ພາບ: TTXVN)

ນີ້ແມ່ນເຫດການຈັດຂຶ້ນເປັນປະຈຳປີ ໃນຂອບເຂດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນກ່ຽວກັບສະຫວັດດີການສັງຄົມ ແລະ ການພັດທະນາ (SOMSWD). ຫົວຂໍ້ຂອງປີນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມຂອງປະຊາຄົມວັດທະນະທຳ - ສັງຄົມອາຊຽນເພື່ອແນໃສ່ຮັບມືກັບໂລກລະບາດ Covid – 19.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງຄອບຄົວ, ພິເສດແມ່ນບັນດາບັນຫາເກີດຂຶ້ນ ໃນໄລຍະເກີດໂລກລະບາດ Covid – 19. ບັນດາຜູ້ແທນໄດ້ຊີ້ແຈ້ງວ່າໂລກລະບາດ Covid - 19 ກໍ່ຜົນສະທ້ອນອັນໃຫຍ່ຫຼວງຕໍ່ບັນດາຄອບຄົວທີ່ມີຄວາມສ່ຽງສູງກ່ວາໝູ່ຄື: ຄອບຄົວຂອງພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ, ຄອບຄົວທີ່ມີແຮງງານບໍ່ເປັນທາງການ ແລະ ຜູ້ເຂົ້າເມືອງ.

        ເວທີປາໄສກໍ່ໄດ້ແບ່ງປັນ, ແນະນຳບັນດາເລື່ອງລາວທີ່ພົ້ນເດັ່ນຂອງບັນດາປະເທດສະມາຊິກກ່ຽວກັບການພົວພັນໃນຄອບຄົວ ແລະ ຄວາມສາມັກຄີກັນໃນໄລຍະເກີດໂລກລະບາດ Covid – 19, ປຶກສາຫາລືກ່ຽວກັບການເພີ່ມທະວີບົດບາດຂອງຄອບຄົວຄື ລະບົບໜູນຊ່ວຍທີ່ຈຳເປັນເພື່ອປົກປ້ອງຄວາມຜາສຸກ ແລະ ສະເໜີບັນດາມາດຕະການ, ການກະທຳ, ການຊຸກຍູ້ ແລະ ປົກປ້ອງຄອບຄົວໃນທົ່ວພາກພື້ນ ອາຊຽນ. 

ຕອບກັບ