ເລີ່ມເຄື່ອນໄຫວການດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ-19 ຄືນໃໝ່

Chia sẻ
(VOVWORLD) -ລາຍການ “ເລີ່ມເຄື່ອນໄຫວການດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ-19 ຄືນໃໝ່ ແລະ ມອບໃບຢັ້ງຢືນສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ 2020”.
ເລີ່ມເຄື່ອນໄຫວການດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ-19 ຄືນໃໝ່ - ảnh 1 (ທີ່ລາຍການ)

ຕອນເຊົ້າວັນທີ 09 ມິຖຸນາ, ສະມາຄົມວິສາຫະກິດສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງໄດ້ຈັດລາຍການ “ເລີ່ມເຄື່ອນໄຫວການດຳເນີນທຸລະກິດພາຍຫຼັງໂລກລະບາດໂຄວິດ-19 ຄືນໃໝ່ ແລະ ມອບໃບຢັ້ງຢືນສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງ 2020”. ເຫດການໂດຍມີການເຂົ້າຮ່ວມຂອງວິສາຫະກິດ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ຄະນະຜູ້ແທນທູຕານຸທູດ, ນັກຊ່ຽວຊານ, ນັກຄຸ້ມຄອງປະມານ 100 ທ່ານ.

        ທີ່ລາຍການນີ້, ສະມາຄົມວິສາຫະກິດສິນຄ້າຫວຽດນາມທີ່ມີຄຸນນະພາບສູງ ໄດ້ຄັດເລືອດ 604 ວິສາຫະກິດມີເງື່ອນໄຂຢ່າງພຽງພໍເພື່ອໄດ້ຮັບເຄື່ອງໝາຍການຄ້າສິນຄ້າຫວຽດນາມ ທີ່ມີຄຸນນະພາບສູງປີ 2020.

        ໃນຂອບເຂດຂອງລາຍການ, ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມ “ມາດຕະຖານໃໝ່ໃຫ້ແກ່ວິສາຫະກິດ ແລະ ຊາວກະສິກອນ ເພື່ອເລີ່ມເຄື່ອນໄຫວການດຳເນີນທຸລະກິດພາຍຫຼັງການແຍກຫ່າງໃນສັງຄົມ”.

ຕອບກັບ