ເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມດ້ວຍມູນຄ່າກວ່າ 384 ລ້ານ USD

Chia sẻ
(VOVWORLD) -ໂຄງການມີເນື້ອທີ່ກວ້າງກວ່າ 2.240 ເຮັກຕາ, ໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນຂອງ 2 ເມືອງ ກວາງນິງ ແລະ ເລ້ຖຸຍ
ເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມດ້ວຍມູນຄ່າກວ່າ 384 ລ້ານ USD - ảnh 1(ພາບປະກອບ: TTXVN)

ວັນທີ 20 ກັນຍາ, ຢູ່ແຂວງ ກວາງບິ່ງ, ໄດ້ຈັດພິທີເລີ່ມລົງມືກໍ່ສ້າງກຸ່ມເຄືອຂ່າຍໄຟຟ້າແຮງລົມ B&T, ດ້ວຍຍອດຈຳນວນເງິນລົງທຶນກວ່າ 384 ລ້ານ USD (ກວ່າ 8.900 ຕື້ດົ່ງ). ນີ້ໄດ້ຮັບຖືວ່າແມ່ນໂຄງການລົງທຶນຈາກຕ່າງປະເທດບົນໜ້າດິນທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ຫວຽດນາມ ໃນຂົງເຂດພະລັງງານຜະລິດຄືນໃໝ່.

          ໂຄງການມີເນື້ອທີ່ກວ້າງກວ່າ 2.240 ເຮັກຕາ, ໄດ້ຮັບການຜັນຂະຫຍາຍຢູ່ບໍລິເວນຂອງ 2 ເມືອງ ກວາງນິງ ແລະ ເລ້ຖຸຍ, ລວມມີເຄືອຂ່າຍໄຟຟ້າແຮງລົມ B&T1 ດ້ວຍກຳລັງຜະລິດໄຟຟ້າ 100,8 MW, ຄາດວ່າຈະເລີ່ມເຄື່ອນໄຫວໃນເດືອນ ທັນວາ 2020 ແລະ ເຄືອຂ່າຍໄຟຟ້າແຮງລົມ B&T 2 ດ້ວຍກຳລັງຜະລິດໄຟຟ້າ 151,2 MW, ຄາດວ່າຈະເລີ່ມເຄື່ອນໄຫວໃນເດືອນ ມິຖຸນາ 2021.

          ຕາມທ່ານປະທານຄະນະກຳມະການປະຊາຊົນແຂວງ ກວາງບິ່ງ ເຈິ່ນກົງທ້ວນ ແລ້ວ, ໂຄງການດັ່ງກ່າວໄດ້ຮັບຄວາມຫວັງວ່າຈະເພີ່ມແຫຼ່ງໄຟຟ້າໃຫ້ທາງແຂວງ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ປະກອບສ່ວນສ້າງກຳລັງໜູນເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ແກ່ແຂວງ.

ຕອບກັບ