ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ ແລະ ກູ​ບາ ຢ່າງ​ຈົບ​ງາມ

Chia sẻ
(VOVWORLD) -   ການປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍຂອງ ຫວຽດນາມ.
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ ແລະ ກູ​ບາ ຢ່າງ​ຈົບ​ງາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ (ພາບ: VOV)

ຕອນຄ່ຳວັນທີ 28 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານ, ເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 79, ເຮັດວຽກຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດຢູ່ກູບາ ຕາມຄຳເຊີນຂອງທ່ານເລຂາທີ 1 ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ, ປະທານປະເທດ ແຫ່ງ ສ. ກູບາ  Miguel Díaz Canel Bermúdez ແລະ ພັນລະຍາ.

        ການປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍຂອງ ຫວຽດນາມ. ພິເສດ, ສະແດງຄວາມສະໝັກຄີ, ຈິດໜຶ່ງໃຈດຽວ, ສະເໝີຕົ້ນສະເໝີປາຍຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ກູບາ, ພ້ອມທັງຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ປາດຖະໜາຢາກຮ່ວມເດີນທາງ, ຮ່ວມມື, ພ້ອມກັນພັດທະນາ ເພື່ອປັບປຸງ, ຊຸກຍູ້ ແລະ ພັດທະນາສາຍພົວພັນສາມັກຄີອັນເປັນມູນເຊື້ອ, ມິດຕະພາບແບບພິເສດທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ກູບາ ຢ່າງບໍ່ຢຸດຢັ້ງ.

ຕອບກັບ